ສະ​ພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ຮຽກ​ຮ້ອງ​ໃຫ້​ຈີນ ປະ​ຕິ​ບັດ​ຕາມ UNCLOS 1982

(VOVWORLD) -ອິນໂດເນເຊຍເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສັນຕະພາບ ແລະ ສະຖຽນລະພາບຢູ່ເຂດທະເລຕາເວັນອອກ ແລະ ຄວາມເສລີໃນການເດີນເຮືອກໍ່ຄືການບິນ. 
ສະ​ພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ຮຽກ​ຮ້ອງ​ໃຫ້​ຈີນ ປະ​ຕິ​ບັດ​ຕາມ UNCLOS 1982 - ảnh 1ການພົບປະທາງໄກ (ພາບ: ສະພາແຫ່ງຊາດ ອິນໂດເນເຊຍ)

ວັນທີ 28 ກັນຍາ, ຢູ່ທີ່ການພົບປະສອງຝ່າຍ ກັບທ່ານປະທານ ສະພາປຶກສາການເມືອງແຫ່ງຊາດຈີນ ອວາງຢ໊າງ, ທ່ານ Bambang Soesatyo ປະທານສະພາປຶກສາການເມືອງແຫ່ງຊາດ ອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ ຈີນ ປະຕິບັດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) 1982. ທ່ານ Bambang Soesatyo ເນັ້ນໜັກວ່າ ເລື່ອງ ຈີນ ບໍ່ປະຕິບັດຕາມ UNCLOS 1982 ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງກັບ ອິນໂດເນເຊຍ ໃນທະເລ Natuna, ເກີດຄວາມເຄັ່ງຕຶງກັບ ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ. ສິ່ງນີ້ໄດ້ເປັນທຳນຽມທີ່ບໍ່ດີ ໃນອະນາຄົດ, ກໍ່ຄືສາມາດພາໄປເຖິງຄວາມເຄັ່ງຕຶງປິນຂັ້ນໄດ ໃນສະພາບທົ່ວໂລກ ພວມມານະພະຍາຍາມຕ້ານໂລກລະບາດໂຄວິດ - 19. ອິນໂດເນເຊຍເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສັນຕະພາບ ແລະ ສະຖຽນລະພາບຢູ່ເຂດທະເລຕາເວັນອອກ ແລະ ຄວາມເສລີໃນການເດີນເຮືອກໍ່ຄືການບິນ. ອິນໂດເນເຊຍ ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງເຄົາລົບກົດໝາຍສາກົນ, ພິເສດແມ່ນ UNCLOS.

ຕອບກັບ

ຂ່າວ/ບົດ​ອື່ນ