ສະ​ພາ​ແຫ່ງ​ຊາດ ອາດ​ຈະ​ຈັດ​ກອງ​ປະ​ຊຸມ​ຕາມ​ຫົວ​ເລື​່ອງ​ສະ​ເພາະ​ໃນ​ທ້າຍ​ປີ​ນີ້ ເພື່ອ​ແກ້​ໄຂ​ເນື້ອ​ໃນ​ຮີບ​ດ່ວນ​ຈຳ​ນວນ​ໜຶ່ງ

(VOVWORLD) -ເນື້ອໃນທັງໝົດທີ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ ສຳເລັດແລ້ວ ແລະ ກຽມພ້ອມແກ່ວັນໄຂກອງປະຊຸມສະໄໝສາມັນເທື່ອທີ 2 ໃນວັນທີ 20 ຕຸລາ ນີ້.
ສະ​ພາ​ແຫ່ງ​ຊາດ ອາດ​ຈະ​ຈັດ​ກອງ​ປະ​ຊຸມ​ຕາມ​ຫົວ​ເລື​່ອງ​ສະ​ເພາະ​ໃນ​ທ້າຍ​ປີ​ນີ້ ເພື່ອ​ແກ້​ໄຂ​ເນື້ອ​ໃນ​ຮີບ​ດ່ວນ​ຈຳ​ນວນ​ໜຶ່ງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ກ່າວຄຳເຫັນອັດກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 4, ຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: ເນື້ອໃນທັງໝົດທີ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ ສຳເລັດແລ້ວ ແລະ ກຽມພ້ອມແກ່ວັນໄຂກອງປະຊຸມສະໄໝສາມັນເທື່ອທີ 2 ໃນວັນທີ 20 ຕຸລາ ນີ້.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ປະກາດໃຊ້ບົດສະຫຼຸບກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 4 ນີ້ ໂດຍໄວ ເພື່ອເປັນພື້ນຖານໃຫ້ອົງການຕ່າງໆຂອງສະພາແຫ່ງຊາດ, ລັດຖະບານ ສົ່ງໄປໃຫ້ສະມາຊິກສະພາແຫ່ງຊາດແຕ່ລະຄົນ. ບົດລາຍງານຕ່າງໆ, ໂດຍສະເພາະແມ່ນບົດລາຍງານການກວດກາຢັ້ງຢືນ ຮັບປະກັນຄວາມກະທັດລັດ, ເລິກເຊິ່ງ, ເຮັດແຈ້ງບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ.

        ສຳລັບບັນຫາອື່ນໆທີ່ມີຄວາມສຳຄັນເປັນພິເສດ ແລະ ຮີບດ່ວນ, ປະທານສະພາແຫ່ງຊາດຖືວ່າ ຈະລາຍງານຕໍ່ສະພາແຫ່ງຊາດ ເພື່ອໃຫ້ທ້າຍປີນີ້ຈັດກອງປະຊຸມຫົວເລື່ອງສະເພາະ ເພື່ອແກ້ໄຂເນື້ອໃນທັງໝົດເຫຼົ່ານັ້ນ, ຮັບໃຊ້ໃຫ້ແກ່ຍຸດທະສາດຄວບຄຸມ, ປ້ອງກັນ, ຕ້ານໂລກລະບາດ ກໍຄື ຍຸດທະສາດສັງລວມແຜນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ