ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ປະ​ຕິ​ເສດຄໍາ​ສະ​ເໜີສະໜອງ​ເງິນ ​ເພື່ອໜູນຊ່ວຍ​ແຜນການ​ສ້າງສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

(VOVWORLD) -ບັນດາການນໍາໃນສະພາແຫ່ງຊາດ ອາເມລິກາ ຈາກທັງສອງພັກ ໄດ້ເຫັນດີຕໍ່ງົບປະມານ ໂດຍລັດຖະບານ ອາເມລິກາ ສະເໜີມາ ແຕ່ປະຕິເສດໂດຍກົງຕໍ່ຄໍາສະເໜີຈັດແບ່ງງົບປະມານ 175 ລ້ານ USD.
ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ປະ​ຕິ​ເສດຄໍາ​ສະ​ເໜີສະໜອງ​ເງິນ ​ເພື່ອໜູນຊ່ວຍ​ແຜນການ​ສ້າງສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

        ວັນທີ 16 ທັນວາ, ສະພາແຫ່ງຊາດ ອາເມລິກາ ໄດ້ປະຕິເສດຕໍ່ຄໍາສະເໜີຂອງອໍານາດການປົກຄອງປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການຈັດແບ່ງງົບປະມານ 175 ລ້ານ USD ໃຫ້ແກ່ກອງທຶນພິເສດ ໂດຍໄດ້ຮັບຖືວ່າ ຈະນໍາໃຊ້ເພື່ອຊຸກຍູ້ແຜນການສ້າງສັນຕິພາບໃນພາກພື້ນ ຕາເວັນອອກກາງຂອງທໍານຽບຂາວ. ຄໍາສະເໜີຈັດແບ່ງງົບປະມານດັ່ງກ່າວ ແມ່ນນອນໃນແຜນງົບປະມານຂອງລັດຖະບານ ອາເມລິກາ ປີ 2020. ບັນດາການນໍາໃນສະພາແຫ່ງຊາດ ອາເມລິກາ ຈາກທັງສອງພັກ ໄດ້ເຫັນດີຕໍ່ງົບປະມານ ໂດຍລັດຖະບານ ອາເມລິກາ ສະເໜີມາ ແຕ່ປະຕິເສດໂດຍກົງຕໍ່ຄໍາສະເໜີຈັດແບ່ງງົບປະມານ 175 ລ້ານ USD ດັ່ງກ່າວ.

        ຄໍາຕັດສິນດັ່ງກ່າວຂອງ ສະພາແຫ່ງຊາດ ອາເມລິກາ ແມ່ນຂີດໝາຍຫຼ້າສຸດທີ່ສະແດງໃຫ້ເຫັນວ່າ ແຜນການສ້າງສັນຕິພາບຂອງ ທໍານຽບຂາວ ຈະບໍ່ໄດ້ປະກາດໃນໄວໆນີ້, ຕົ້ນຕໍແມ່ນຍ້ອນສະພາບຈົນຕາແຈດ້ານການເມືອງຢູ່ ອິດສະຣາແອັນ.


ຕອບກັບ

ຂ່າວ/ບົດ​ອື່ນ