ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາມະຕິສະກັດກັ້ນປະທານາທິບໍດີ ປຸກລະດົມການບຸກໂຈມຕີ ອີຣານ

(VOVWORLD) - ດ້ວຍບັດສະໜັບສະໜູນ 227 ບັດ ແລະ ບັດຄ້ານ 186 ບັດ. ວັນທີ 11 ມີນາ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາມະຕິວ່າດ້ວຍການສະກັດກັ້ນທ່ານປະທານາທິບໍດີ Donald Trump ອອກຄຳສັ່ງບຸກໂຈມຕີການທະຫານ ອີຣານ ເມື່ອຍັງບໍ່ທັນໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ.
 
ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາມະຕິສະກັດກັ້ນປະທານາທິບໍດີ ປຸກລະດົມການບຸກໂຈມຕີ ອີຣານ - ảnh 1 ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາມະຕິສະກັດກັ້ນປະທານາທິບໍດີ ປຸກລະດົມການບຸກໂຈມຕີ ອີຣານ (ພາບ: Washington Examiner/TTXVN)

        ກ່ອນໜ້ານັ້ນ, ສະພາສູງ ອາເມລິກາ ກໍ່ໄດ້ຍົກອອກການຕັດສິນໃຈທີ່ຄ້າຍຄືກັນ. ເຖິງຢ່າງໃດກໍ່ຕາມ ມະຕິດັ່ງກ່າວອາດຈະຖືກທ່ານປະທານາທິບໍດີ D.Trump ນຳໃຊ້ສິດຢັບຢັ້ງ, ໃນຂະນະທີ່ “ພັນທະມິດ” ລະຫວ່າງສະມາຊິກພັກປະຊາທິປະໄຕສ່ວນຫລາຍ ກັບກຸ່ມ ສະມາຊິກພັກສາທາລະນະສ່ວນໜ້ອຍ ບໍ່ບັນລຸໄດ້ບັດສະໜັບສະໜູນຢ່າງຄົບຖ້ວນ ເພື່ອຕ່າວປີ້ນສະພາບການ.

        ການກະທຳດັ່ງກ່າວ ໄດ້ດຳເນີນໄປໃນສະພາບການທີ່ຖານທີ່ໝັ້ນ al-Taji ມີພົນທະຫານຕ່າງປະເທດຕັ້ງທັບຢູ່ທາງທິດເໜືອນະຄອນຫລວງ Baghdad ຂອງ ອີຣັກ ຖືກລູກຈະຫລວດຍິງໃສ່ 10 ລູກ, ເຮັດໃຫ້ 3 ຄົນເສຍຊີວິດ ແລະ ຫລາຍຄົນໄດ້ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ