ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​​ແນະ​ນໍາ​ວ່າ​ດ້ວຍ​ການມະຕິ​ສະ​ເຫຼີມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການພົວພັນ​ທາງ​ການ​ທູດ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ, ການນໍາ 2 ອະນຸກໍາມະການ ຂອງກໍາມາທິການການຕ່າງປະເທດ ສະພາສູງ ແລະ ສະພາຕໍ່າ ອາເມລິກາ ໄດ້ແນະນໍາມະຕິສອງສະບັບເພື່ອແນໃສ່ສະເຫຼີມສະຫຼອງເຫດການດັ່ງກ່າວ.

        ດ້ວຍຫົວຂໍ້ວ່າ “ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ ພ້ອມກັນຮ່ວມມື ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບມີສະຖຽນລະພາບ, ວັດທະນາຖາວອນ ແລະ ສັນຕິພາບ”, ມະຕິສອງສະບັບດັ່ງກ່າວ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າ ອາເມລິກາ ຈະສືບຕໍ່ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງ, ໄວ້ເນື້ອເຊື່ອໃຈ ແລະ ຂະຫຍັນຂັນເຄື່ອນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ພ້ອມທັງຢັ້ງຢືນເຖິງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ແລະ ການຮ່ວມມືລະຫວ່າງ ລັດຖະບານ ແລະ ປະຊາຊົນສອງປະເທດ ເພື່ອພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແຫ່ງ, ສັນຕິພາບ, ວັດທະນາຖາວອນ  ເປີດກວ້າງ ແລະ ບົນພື້ນຖານຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍ, ຊຸກຍູ້ຄວາມໝັ້ນຄົງ, ການພັດທະນາ ແລະ ເຄົາລົບອະທິປະໄຕ. 

 ຟ້າມຮວັນ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ