ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ 5 ສະບັບ

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ 5 ສະບັບ - ảnh 1
ສະພາແຫ່ງຊາດ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ)

(vovworld) ຕອນ​ບ່າຍ​ວັນ​ທີ 18/6, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່າ​ນນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Thi Kim Ngan, ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາກົດໝາຍ 5 ສະບັບ ດ້ວຍ​​ບັດ​ສະ​ໜັບສະ​ໜູນສ່ວນ​ຫຼາຍ. ກອບກົດໝາຍ 5 ສະບັບ​ລວມມີ: ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ເງິນຟາກ, ກົດໝາຍ​ວ່າ​ດ້ວຍ​ການ​ປ​້ອງກັນ, ຕ້ານ​ການ​ຟອກ​ເງິ​ນ, ກົດໝາຍ​ວ່າ​ດ້ວຍ​ກາ​ນສຶກສາ​ຂັ້ນ​ມະຫາວິທະຍາ​ໄລ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ ​ແລະ ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບປຸງ).

ກ່ອນໜ້ານັ້ນ, ໃນຕອນ​ເຊົ້າ​ວັນ​ທີ 18/6, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງຮອງປະທານສະພາແຫ່ງຊາດ Tong Thi Phong, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ). ບັນດາ​ຄຳ​ຄິດຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ດີ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ). ​ເລື່ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ) ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ສ້າງ​ສຳ​ເລັດ​ກອບ​ກົດໝາຍ ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້ຕິດ​ຂັດ​ໃນ​ພຶດຕິ​ກຳ​ຕົວ​ຈິງ, ດັດປັບ​ການ​ພົວພັນ​ທີ່​ຫາ​ກໍ​ເກີດ​ຂຶ້ນ​ໃນ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ຊ່ວຍ​ໃຫ້​ຂົງ​ເຂດ​ພິມ​ຈຳໜ່າຍ​ສືບ​ຕໍ່​ພັດທະນາ, ຕອບສະໜອງໜ້າ​ທີ່​ກຳນົດ​ທິດ​ດ້ານ​ວັດທະນະທຳ - ​ແນວ​ຄິດ ​ແລະ ການ​ພັດທະນາ​ເສດຖະກິດ - ສັງຄົ​ມ. ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ຫຼາຍ​ທ່ານ ສະ​ເໜີ​ຄວນ​ຮັກສາ​ບັນດາ​ຂໍ້​ກຳນົດ​ຄື​ກົດໝາຍ​ປະຈຸ​ບັນ, ກ່ຽວ​ກັບ​ສິດ​ອອກໃບ​ອະນຸຍາດ​ໃຫ້​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ, ມອບ​ໝາຍໃຫ້​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ອອກໃບ​ອະນຸຍາດ​ໃຫ້​ບັນດາ​​ໂຮງ​ພິ​ມຂອງ​ອົງການ, ສຳນັກງານ​ຂັ້ນສູນ​ກາງ, ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂວງອອກ​ໃບ​ອະນຸຍາດ​ໃຫ້​ແກ່​ໂຮງພິມ​ຂອງທ້ອງ​ຖີ່​ນ

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ 5 ສະບັບ - ảnh 2
ພາບປະກອບ

ທ່ານ​ນາງ Tran Thi Dieu Thuy, ສສຊ ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຄຳ​ເຫັນ​ວ່າ:

“ກ່ຽວ​ກັບ​ຮູບ​ແບບ​ຈັດ​ຕັ້ງສຳນັກພິມ, ຂ້າພະ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ) ​ແລະ ​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບຫົວ​ໜ່ວຍ​ພາລະກິດ​ຂອງ​ລັດ ຫຼື ບໍລິສັດ​ຈຳກັດ​ຜູ້​ດຽວ ​ໂດຍ ລັດ​ຄຸ້ມ​ຄອງ ​ເຊິ່ງຮັກສາ​ຄື​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ ​ແມ່ນ ​ໂຮງພິມ​ຈຳໜ່າຍ​ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ແບບ​ວິ​ສາ​ຫະກິດ ດຳ​ເນີນ​ທຸລະ​ກິດ​ມີ​ເງື່ອນ​ໄຂ ຫຼື ຫົວໜ່ວຍພາລະກິດມີ​ລາຍ​ຮັບ. ​ໃນ​ສະພາບ​ຕົວ​ຈິງ, ສິ່ງ​ດັ່ງກ່າວບໍ່​ກໍ​່ຮົ້ວ​ກິດ​ຂວາງ​ໃຫ້​ແກ່​ການ​ກຳນົດ​ທິດ​ແນວ​​ຄິດ ​ເພາະວ່າ ​ໂຮງພິມ​ຈຳໜ່າຍ ​ ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ແບບ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ ມີ​ເງື່ອນ​ໄຂ ​ເພື່ອ​ຮັບປະກັນ​ບໍ່​​ໃຫ້​ສວຍ​ໃຊ້ເຮັດຜິດ​ຈຸດໝາຍ ​ແລະ ການ​ກຳ​ນົດທິດ​ດ້ານ​ແນວ​ຄິດ.”

ສ່ວນ​ທ່ານ​ນາງ Tran Thi Hong Tham, ສສຊ ນະຄອນ ​ເກີ​ນ​ເທີ ຖື​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງ​ຄວນ​ຄົ້ນ​ຄ້ວາ, ​ເພີ່ມ​ເຕີມ​ບັນດາ​ຂໍ​້ກຳນົດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ ​ແລະ ນະ​ໂຍບາຍ​ພັດທະນາ​ບັນດາ​ສິ່ງ​ພິມ, ​ໃນ​ນັ້ນ​ຄວນ​ສ້າງ​ບັນດາ​ເອກະສານ ​ເພື່ອ​ສຸມ​ໃສ່ຄຸ້ມ​ຄອງບັນດາ​ສິ່ງ​ພິມ. ​ເລື່ອງ​ສ້າງ​ພື້ນຖານ​ຂໍ້​ມູນ ດ້ວຍ​ເຕັກ​ໂນ​ໂລ​ຢີປະຈຸ​ບັນ​​ແມ່ນບໍ່​ຍາກ, ບໍ່​ເສຍ​ເງິນ​ຫຼາຍ ​ແລະ ວ່ອງ​ໄວ. ”

ຂ່າວ/ບົດ​ອື່ນ