ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການໜູນ​ຊ່ວຍ​​ຟື້ນ​ຟູ ແລະ ພັດທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -   “ດ້ວຍຄວາມຮັບຜິດຊອບຢ່າງສູງ, ສະມາຊິກສະພາແຫ່ງຊາດເກືອບ 1100 ເທື່ອຄົນໄດ້ປະກອບຄຳເຫັນທີ່ເລິກເຊິ່ງ ແລະ ສຸດຈິດສຸດໃຈ, ມີຄຸນນະພາບ ແລະ ມີລັກສະນະສ້າງສັນຢ່າງສູງ ໃນວາລະປຶກສາຫາລືຄັ້ງຕ່າງໆ. ບັນດາອົງການກ່ຽວຂ້ອງໄດ້ມານະພະຍາຍາມສັງລວມຮັບເອົາຄໍາເຫັນ, ອະພິປາຍຄຳຖາມຂອງສະມາຊິກສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາກົດໝາຍ 1 ສະບັບ, ມະຕິຫົວເລື່ອງສະເພາະ 3 ສະບັບ ແລະ ມະຕິລວມຂອງກອງປະຊຸມ”.

  ຕອນບ່າຍວັນທີ 11 ມັງກອນ, ພາຍຫຼັງເຮັດວຽກມາເປັນເວລາ 4 ວັນ, ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນວາລະອັດກອງປະຊຸມ ທີ່ຫໍປະຊຸມ ຢຽນຮົ່ງ (ຮ່າໂນ້ຍ) ແລະ ໄດ້ເຊື່ອມຕໍ່ກັບ 62 ຄະນະສະມາຊິກສະພາແຫ່ງຊາດແຂວງ, ນະຄອນໃນທົ່ວປະເທດ. ເຂົ້າຮ່ວມພິທີອັດ ມີທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະ ບັນດາສະມາຊິກສະພາແຫ່ງຊາດທຸກຖ້ວນໜ້າ.

ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການໜູນ​ຊ່ວຍ​​ຟື້ນ​ຟູ ແລະ ພັດທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

        “ດ້ວຍຄວາມຮັບຜິດຊອບຢ່າງສູງ, ສະມາຊິກສະພາແຫ່ງຊາດເກືອບ 1100 ເທື່ອຄົນໄດ້ປະກອບຄຳເຫັນທີ່ເລິກເຊິ່ງ ແລະ ສຸດຈິດສຸດໃຈ, ມີຄຸນນະພາບ ແລະ ມີລັກສະນະສ້າງສັນຢ່າງສູງ ໃນວາລະປຶກສາຫາລືຄັ້ງຕ່າງໆ. ບັນດາອົງການກ່ຽວຂ້ອງໄດ້ມານະພະຍາຍາມສັງລວມຮັບເອົາຄໍາເຫັນ, ອະພິປາຍຄຳຖາມຂອງສະມາຊິກສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາກົດໝາຍ 1 ສະບັບ, ມະຕິຫົວເລື່ອງສະເພາະ 3 ສະບັບ ແລະ ມະຕິລວມຂອງກອງປະຊຸມ”.

        ລະອຽດ, ກ່ຽວກັບນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ສະພາແຫ່ງຊາດ ມີຄວາມເຫັນດີເປັນເອກະພາບເປັນຢ່າງສູງຕໍ່ການປະກາດມະຕິສົກປີການເງິນ ດ້ວຍຂອບຂະໜາດປະມານ 350.000 ຕື້ດົ່ງ ເພື່ອເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ມີການໜູນຊ່ວຍຢ່າງທັນການແກ່ການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ເພື່ອຜັນຂະຫຍາຍມະຕິດັ່ງກ່າວໄດ້ຢ່າງທັນການ, ສະພາແຫ່ງຊາດ ກໍອະນຸຍາດໃຫ້ໝູນໃຊ້ ກົນໄກ, ນະໂຍບາຍສະເພາະຈຳນວນໜຶ່ງກ່ຽວກັບການຄັດເລືອກນັກລົງທຶນ, ຈັດແບ່ງຂັ້ນມອບສິດສຳລັບບັນດາໂຄງການສຳຄັນແຫ່ງຊາດ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງສຳຄັນທີ່ມີຂອບຂະໜາດໃຫຍ່ອື່ນໆ ໃນຂົງເຂດຄົມມະນາຄົມ, ສາທາລະນະສຸກທີ່ນອນໃນຂອບເຂດຂອງໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ