ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດ ໝາຍສຳຄັນ 6 ສະບັບ

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດ ໝາຍສຳຄັນ 6 ສະບັບ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 20/11, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ (ສະບັບ​ປັບປຸງ).

ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຖືກ​ປະກາດ​ໃຊ້​ເມື່ອ​ປີ 2000, ​ເວລາ​ນັ້ນ​ຫວຽດນາມ ​ບໍ່​ທັນ​ກາຍ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO). ດັ່ງ​ນັ້ນ​ການ​ປັບປຸງ​ກົດໝາຍ​ແມ່ນ​ພື້ນຖານ​ນິຕິ​ກຳ ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ບຸກທະລຸ​ເຂົ້າ​ຂົງ​ເຂດ​ວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ທ່ວງທັນ​ກັບ​ທ່າ​ອ່ຽງຂອງ​ໂລກ​ໃນ​ປະຈຸ​ບັນ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ​, ຕ້ອງ​ປັບປຸງ​ກົດໝາຍ​ຕາມ​ທິດ​ຖື​ການ​ພັດທະນາວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ ​ແມ່ນ​ກຳລັງ​ໜູນ​ຕົ້ນ​ຕໍ່​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ, ​ເພື່ອ​ຮອດ​ປີ 2020 ຫວຽດນາມ​ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ຕາມ​ທ່ານ Phung Duc Tien, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຮ່າ​ນາມ ​ແລ້ວ, ​ໃນ​ຮ່າງ​ກົດໝາຍ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ :

”ຄວນ​ຖື​ບັນດາ​ນັກວິທະຍາສາດ​ແມ່ນ​ໃຈ​ກາງຂອງ​ການ​​ເຄື່ອນ​ໄຫວວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ, ບົນ​ພື້ນຖານ​ຍຸດ​ທະ​ສາດ​ຂອງ​ຂະ​ແໜງ, ຂົງ​ເຂດ​ຕ່າງໆ ​ເພື່ອ​ມີ​ແຜນການບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ວິທະຍາສາດ. ​ໃນ​ກົດໝາຍ​ຕ້ອງ​ຫັນ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​​ເປັນ​ລະອຽດ, ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ເພື່ອ​ມີ​ຜູ້​ຊ່ຽວຊານ​ເກັ່ງ​ຫຼາຍ​ຄົນ​ໃນ​ຂົງ​ເຂດ​ຕ່າງໆ​ເທື່ອ​ລະ​ກ້າວ. ມີ​ນະ​ໂຍບາຍ​ຢ່າງ​ລະອຽດ, ສ້າງ​ເງື່ອນ​ໄຂ​ເຮັດ​ວຽກ​ຢ່າງ​ສະດວກ​ສະບາຍ, ດຶງ​ດູດ​ຜູ້​ມີ​ຄວາມ​ສາມາດ​, ມີ​ລະບອບ​ຍ້ອງຍໍ​ຊົມ​ເຊີຍ, ​ເຊີດ​ຊູ​ບັນດາ​ນັກວິທະຍາສາດ​ທີ່​ມີ​ການ​ປະກອບສ່ວນ​ສຳຄັນ​ທາງ​ດ້ານວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ. ລະດົມ​ບັນດາ​ນັກວິທະຍາສາດ ​ເຊິ່ງ​ແມ່ນ​ຊາວ​ຫວຽດນາມ​ ອາ​ໄສຢູ່​ຕ່າງປະ​ເທດ​ກັບມາ​ເຮັດ​ວຽກ ​ເພື່ອ​ປະກອບສ່ວນ​ຮັບ​ໃຊ້​​ພາລະກິດ​ສ້າງສາ​ປະ​ເທດ​ຊາດ”.

ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສຳຄັນ 6 ສະບັບຄື: ກົດໝາຍ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະນາຍຄວາມ; ກົດໝາຍ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ; ກົດໝາຍ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການຄຸ້ມ​ຄອງ​ພາສີ​ອາກອນ; ກົດ​ໝາຍວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ; ກົດ​ໝານ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ) ​ແລະ ກົດ​ໝານ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ