ສະພາແຫ່ງຊາດ ເກຼັກ ລົງມະຕິຮັບເອົາ ການຊ່ວຍເຫຼືອຈາກ EU ແລະ IMF

ສະພາແຫ່ງຊາດ ເກຼັກ ລົງມະຕິຮັບເອົາ ການຊ່ວຍເຫຼືອຈາກ EU ແລະ IMF - ảnh 1
ຊາວ ​ເກຼັກ ສືບ​ຕໍ່​ລົງຖະນົນຫົນທາງ​​ຄັດ​ຄ້ານ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ

( vovworld ) - ວັນ​ທີ 12 ກຸມພາ, ສະພາ​ແຫ່ງ​ຊາດ ​ເກຼັກ ​ໄດ້​ດຳ​ເນີນ​ການ ລົງມະຕິ​ຮັບ​​ເອົາການ​ຊ່ວຍ​ເຫຼືອ​ຈາກ​ສະຫະພາບເອີ​ລົບ ​ແລະ ກອງ​​ທຶນເງິນຕາ​ສາກົນ. ບ້ວງ​ເງິນ​ນີ້​ ​ເພື່ອ​ແນ​ໃສ່ຊ່ວຍ​​ໃຫ້ ​ເກຼັກ ຫຼຸດ​ພົ້ນອອກ​ຈາກ​ໜີ້​ສິນ​ຂອງ​ລັດ​ໃນ​ວັນ​ທີ່ 20 ມີນາທີ່​ຈະ​ມາ​ເຖິງ ​ເຊິ່ງກົງ​ກັບ​ຈຸດ​ເວລາທີ່​ປະ​ເທດ​ນີ້​ຕ້ອງ​ຊຳລະ​ບ້ວງ​ໜີ້ສິນທີ່ຂື້ນ​ເຖິງ 14,5 ຕື້ USD. ​ແທນ​ທີ​ນັ້ນ, ​ລັດຖະບານ ເກຼັກ ຕ້ອງ​​ຫຼຸດຜ່ອນ​ການໃຊ້​ຈ່າຍ​​​ແລະ ຫຼຸດ ຈຳນວນ​ລັດຖະກອນລົງ 1​5 000 ຄົນ. ຖ້າ​ຫາກ​ສະພາ​ແຫ່ງ​ຊາດ ​ເກຼັກ ບໍ່​ອະນຸ​ມັດ​ຜ່ານ​ຂໍ້​ຕົກລົງ​ນີ້, ປະ​ເທດ​ນີ້​​ບໍ່ສາມາດ​ກູ້ຍືມ​ບ້ວງ​​ເງິນທີ່ 2 ທີ່​ມີ​ມູນ​ຄ່າ 130 ຕື້​ເອີ​ໂລ​ໄດ້ ​ແລະ ຈະສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​​ໄພໜີ້​ສິນ. ​ແຕ່​ວ່າ, ກ່ອນ​ເວລາລົງມະຕິ,  ຊາວ ​ເກຼັກ ນັບ​ພັນໆ​ຄົນສືບ​ຕໍ່​ລົງຖະໜົນຫົນທາງ​ເພື່ອ​ຄັດ​ຄ້ານ​ ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ນີ້. ກ່ອນ​ໜ້າ​ນັ້ນ, ລັດຖະມົນຕີ ​ເກັຼກ  6 ທ່ານ ​ໄດ້​ລາ​ອອກ​ຈາກ​ຕໍ່າ​ແໜ່​ງ​ເພື່ອ​ຄັດ​ຄ້ານ​​ແຜນການ​ຫຼຸດ​ເງິນ​ເດືອນ​ເຊິ່ງບັນດາ​ເຈົ້າ​ຂອງ​ໜິ້ສາກົນ​ຮຽກຮ້ອງ​ປະ​ເທດ​ນີ້​ຕ້ອງ​ປະຕິບັດ ​ເພື່ອ​ແນ​ໃສ່​ໄດ້​ຮັບ​ບ້ວງ​ເງິນກູ້​ຊ່ວຍ 130 ຕື້ ​ເອີ​ໂລ​ນີ້.

ຂ່າວ/ບົດ​ອື່ນ