ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້: ສະ​ເໜີ​ປຸກລະ​ດົມ​ບັ້ນ​ຂົນ​ຂວາຍ ຫຼື ຂະ​ບວນ​ການ​ແຂ່ງ​ຂັນ​ກ່ຽວ​ກັບການ​ປະ​ຕິ​ບັດ​ປະ​ຢັດ​ມັດ​ທະ​ຍັດ, ຕ້ານ​ການ​ຟຸມ​ເຟືອຍ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ຄົ້ນຄວ້າ, ສະເໜີແນະຕໍ່ລັດຖະບານປ່ຽນແປງໃໝ່ການປະກາດໂຄງການເຄື່ອນໄຫວປະຈຳປີກ່ຽວກັບການປະຕິບັດປະຢັດມັດທະຍັດ, ຕ້ານການຟຸມເຟືອຍ, ໃນນັ້ນສຸມໃສ່ບັນດາຂົງເຂດຈຸດສຸມ, ຂົງເຂດທີ່ພົ້ນເດັ່ນ ແລະ ຕັ້ງເປົ້າໝາຍສ້າງການຫັນປ່ຽນຢ່າງເຫັນໄດ້ຊັດ.
ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້: ສະ​ເໜີ​ປຸກລະ​ດົມ​ບັ້ນ​ຂົນ​ຂວາຍ ຫຼື ຂະ​ບວນ​ການ​ແຂ່ງ​ຂັນ​ກ່ຽວ​ກັບການ​ປະ​ຕິ​ບັດ​ປະ​ຢັດ​ມັດ​ທະ​ຍັດ, ຕ້ານ​ການ​ຟຸມ​ເຟືອຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 23 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມການເຮັດວຽກຂອງຄະນະຕິດຕາມກວດກາສະພາແຫ່ງຊາດກັບກະຊວງການເງິນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ຄົ້ນຄວ້າ, ສະເໜີແນະຕໍ່ລັດຖະບານປ່ຽນແປງໃໝ່ການປະກາດໂຄງການເຄື່ອນໄຫວປະຈຳປີກ່ຽວກັບການປະຕິບັດປະຢັດມັດທະຍັດ, ຕ້ານການຟຸມເຟືອຍ, ໃນນັ້ນສຸມໃສ່ບັນດາຂົງເຂດຈຸດສຸມ, ຂົງເຂດທີ່ພົ້ນເດັ່ນ ແລະ ຕັ້ງເປົ້າໝາຍສ້າງການຫັນປ່ຽນຢ່າງເຫັນໄດ້ຊັດ.

        ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ການປະຕິບັດປະຢັດມັດທະຍັດ, ຕ້ານການຟຸມເຟືອຍ, ສຳຄັນແມ່ນການສຳຫຼວດກວດກາ, ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກ, ສ້າງນະໂຍບາຍພັດທະນາເພື່ອສ້າງມູນຄ່າເພີ່ມ. ຖ້າແກ້ໄຂໄດ້ບັນດາຄວາມຫຍຸ້ງຍາກນີ້ ຈະສ້າງກຳລັງພັກດັນຢ່າງໃຫຍ່ຫຼວງ, ພິເສດໃນບັນດາຂົງເຂດຄືການບໍລິການສາທາລະນະ, ການບໍລິການພາລະກິດສາທາລະນະ, ການບໍລິການຜະລິດຕະພັນສາທາລະນະປະໂຫຍດ. ໄປຄຽງຄູ່ກັນນັ້ນ, ກະຊວງການເງິນຕ້ອງສະເໜີຕໍ່ລັດຖະບານສຳຫຼວດກວດຄືນດ້ານລາຍຮັບ, ລາຍຈ່າຍປົກກະຕິ; ພິຈາລະນາຄືນການປະກາດພັນທະບັດລັດຖະບານ; ກ່ຽວກັບການຄຸ້ມຄອງພາສີອາກອນ, ລັດຖະບານສຳຫຼວດກວດຄືນການຍົກເວັ້ນ, ຫຼຸດຜ່ອນພາສີໃຫ້ແກ່ວິສາຫະກິດ FDI.


ຕອບກັບ

ຂ່າວ/ບົດ​ອື່ນ