ສະພາແຫ່ງຊາດ ເວເນຊູເອລາ ຮັບຮອງຮອງກົດໝາຍມອບສິດພິເສດໃຫ້ປະທານາທິບໍດີ

ສະພາແຫ່ງຊາດ ເວເນຊູເອລາ ຮັບຮອງຮອງກົດໝາຍມອບສິດພິເສດໃຫ້ປະທານາທິບໍດີ - ảnh 1
ທ່ານ​ປະທານ​າທິບໍດີ Nicolas Maduro
(ພາບປະກອບ: Reuters)

(vovworld) – ວັນ​ທີ 15/03, ສະພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອລາ ຮັບຮອງ​ຮອງ​ກົດໝາຍວ່າ​ດ້ວຍການ​ມອບ​ສິດ​ພິ​ເສດຕ້ານ​ຈັດ​ກະ​ພັດ​ເພື່ອ​ສັນຕິພາບ​ໃຫ້​ທ່ານ​ປະທານ​າທິບໍດີ Nicolas Maduro ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ໄພສຸກ​ເສີນ​ດ້ານ​ຄວາມສະຫງົບ​ປອດ​ໄພໃນ​ກໍ່​ລະ​ນີຖືກ​ຮຸກ​ຮ້ານ​ຢ່າງ​ທັນ​ການ. ​ໃນ​ວາລະ​ປະຊຸມ​ວິສາມັນ, ສະພາ​ແຫ່ງ​ຊາດ ​ເວ​ເນ​ຊູ​ເອລາ ​ໄດ້​ປ່ອນ​ບັດ​ກ່ຽວ​ກັບ​ເອກະສານ​ດັ່ງກ່າວ, ພາຍຫຼັງ​ທີ່​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ເປີດ​ເຜີຍ​ຖະ​ແຫຼ​ງການ​ວ່າ ​ເວ​ເນ​ຊູ​ເອລາ ​ແມ່ນ “​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ” ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ລົງ​ໂທດ​ສຳລັບ​ປະ​ເທດ​ນີ້​ໃນ​ວັນ​ທີ 09/03. ກົດໝາຍ​ດັ່ງກ່າວ​ອະນຸດ​ຍາດ​ໃຫ້​ທ່ານ​ປະທານາທິບໍດີ Nicolas Maduro ຊີ້​ນຳ, ນຳພາ​ດ້ວຍລັດຖະດຳ​ລັດ ​ເພື່ອ​ມີ​ຄວາມສາມາດ​ຮັບ​ມື​ຢ່າງ​ທັນ​ການ​ກັບ​ບັນດາ​ໄພ​ສຸກ​ເສີນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໂດຍ​ອາ​ເມ​ລິ​ກາ ກໍ່​ຂຶ້ນ. ກົດໝາຍ​ດັ່ງກ່າວ​ຈະ​ມີ​ຜົນ​ສັກສິດ​ພາຍຫຼັງປະກາດ ​ແລະ ​ຈະ​ແກ່ຍາວ​ຮອດ​ວັນ​ທີ 31/12/2015.

ຂ່າວ/ບົດ​ອື່ນ