ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ຮັບ​ຮອງ​ເອົາ​ສັນ​ຍາ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ກັບ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 1 ກໍລະກົດ, ສະພາແຫ່ງຊາດ ແຟງລັງ ໄດ້ເຫັນດີ ຮັບຮອງເອົາສັນຍາຮ່ວມມືດ້ານປ້ອງກັນຊາດ (DCA) ກັບ ອາເມລິກາ, ຕາມນັ້ນແລ້ວ, ຈະອະນຸຍາດໃຫ້ເພີ່ມທະວີການມີຫນ້າຂອງກອງທັບອາເມລິກາ ແລະ ຮັກສາບັນດາອຸປະກອນດ້ານປ້ອງກັນຊາດຢູ່ປະເທດ ເອີລົບເຫນືອນີ້.
ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ຮັບ​ຮອງ​ເອົາ​ສັນ​ຍາ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ກັບ ອາ​ເມ​ລິ​ກາ - ảnh 1 ອາເມລິກາ ສາມາດສຳຜັດກັບ 15 ຖານທີ່ໝັ້ນການທະຫານຢູ່ ແຟງລັງ (ພາບ: AA)

ສັນຍາສະບັບນີ້ໄດ້ອະນຸຍາດໃຫ້ ອາເມລິກາ ເຂົ້າເຖິງ 15 ຖານທີ່ໝັ້ນການທະຫານຢູ່ ແຟງລັງ ພ້ອມທັງອະນຸຍາດໃຫ້ກຳລັງ ອາເມລິກາ ມີຫນ້າ ແລະ ຝືກຊ້ອມກໍ່ຄືຈັດວາງບັນດາອຸປະກອນປ້ອງກັນຕົວຢູ່ເຂດດິນແດນ ແຟງລັງ. ນອກນັ້ນ ເອກະສານນີ້ກໍ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນບັນດາກໍລະນີວິກິດການ.

        DCA ໄດ້ຮັບການລົງນາມຈາກ ລັດຖະບານ ແຟງລັງ ເມື່ອເດືອນທັນວາປີ 2023 ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງ ແລະ ການປ້ອງກັນຕົວຂອງ ແຟງລັງ, ສັນຍາສະບັບນີ້ໄດ້ຍົກອອກມາພາຍຫລັງປະເທດ ເອີລົບເຫນືອນີ້ ເຂົ້າຮ່ວມ NATO ເມື່ອເດືອນ ເມສາ ປີ 2023.

ທີ່ກອງປະຊຸມຄົບຄະນະໃນວັນທີ 1 ກໍລະກົດ, ທ່ານ Kimmo Kiljunen ປະທານກຳມາທິການການຕ່າງປະເທດ ແຟງລັງ ໄດ້ຊົມເຊີຍເລື່ອງຮັບຮອງເອົາ DCA ແມ່ນຈຸດເວລາປະຫວັດສາດ. ທ່ານເນັ້ນຫນັກວ່າ ຫນ້າທີ່ຂອງຂໍ້ຕົກລົງນີ້ກໍ່ຄ້າຍຄືກັນກັບຫນ້າທີ່ຂອງສະມາຊິກ NATO ແມ່ນເພີ່ມທະວີການປ້ອງກັນຄວາມສະຫງົບຂອງປະເທດນີ້ ແລະ ປະຊາຊົນ ແຟງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ