ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ຮັບ​ຮອງ​ເອົາ​ຮ່​າງ​ກົດ​ໝາຍວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ NATO

(VOVWORLD) - ວັນທີ 1 ມີນາ, ສະພາແຫ່ງຊາດ ແຟງລັງ ໄດ້ຮັບຮອງເອົາຮ່າງກົດໝາຍອະນຸຍາດໃຫ້ປະເທດນີ້ເຂົ້າຮ່ວມສົນທິສັນຍາອັກລັງຕິກເໜືອ (NATO).

ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ຮັບ​ຮອງ​ເອົາ​ຮ່​າງ​ກົດ​ໝາຍວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ NATO - ảnh 1ບັນດາສະມາຊິກລັດຖະສະພາ ແຟງລັງ ເຂົ້າຮ່ວມກອງປະຊຸມ (ພາບ: AFP)

  ເປົ້າໝາຍຂອງແຟງລັງແມ່ນປະຕິບັດສຳເລັດທຸກຂັ້ນຕອນນິຕິກຳກ່ຽວກັບການເຂົ້າຮ່ວມ NATO ໃນທ້າຍອາຍຸການຂອງທ່ານນາຍົກລັດຖະມົນຕີ Sanna Marin. ຕາມແຜນການແລ້ວ ໃນວັນທີ 2 ເມສາຈະມາເຖິງ, ແຟງລັງຈະຈັດການປ່ອນບັດເລືອກຕັ້ງສະພາຕ່ຳ ແລະ Helsinki ຢາກປະຕິບັດສຳເລັດຂັ້ນຕອນນິຕິບັນຍັດນີ້ໂດຍໄວ ເພື່ອແນໃສ່ຫຼີກລ້ຽງຄວາມສ່ຽວເກີດຜົນສະທ້ອນຈາກການເຂົ້າຮ່ວມ NATO ຍ້ອນຊ່ອງວ່າງດ້ານການເມືອງ ທີ່ອາດຈະເກີດຂຶ້ນພາຍຫຼັງການເລືອກຕັ້ງ.

ມາຮອດປັດຈຸບັນ, ມີ 28 ໃນຈຳນວນ 30 ປະເທດສະມາຊິກ NATO ເຫັນດີໃຫ້ ແຟງລັງ ແລະ ຊູແອດເຂົ້າຮ່ວມເປັນສະມາຊິກຂອງອົງການນີ້. ສອງປະເທດຍັງບໍ່ທັນເຫັນດີຕໍ່ການຮັບເອົາສອງປະເທດດັ່ງກ່າວເປັນສະມາຊິກແມ່ນ ຕວັກກີ ແລະ ຮຸງກາຣີ, ໃນນັ້ນ ຕວັກກີພວມໄດ້ຮັບຖືວ່າແມ່ນຄວາມກັງວົນໃຫຍ່ທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ