ສະພາແຫ່ງຊາດ ແລະ ພັກຝ່າຍ ຢູ່ Guinea – Bissau ເຊັນຂໍ້ຕົກລົງບໍລິຫານປະເທດຊາດ

ສະພາແຫ່ງຊາດ ແລະ ພັກຝ່າຍ ຢູ່ Guinea – Bissau ເຊັນຂໍ້ຕົກລົງບໍລິຫານປະເທດຊາດ - ảnh 1
ທັດສະນີຍະພາບຢູ່ນະຄອນຫຼວງ Bissau
(ພາບ: ອີນເຕີເນັດ)

(vovworld) – ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່ Guinea – Bissau ຫາ​ກໍ​ເຊັນ​ຂໍ້​ຕົກລົງ​ບໍລິຫານ​ປະ​ເທດ​ຊາດ​ໃນໄລຍະ​ຂ້າມ​ຜ່ານ (ຫຼື TPP), ເຊິ່ງຕາມນັ້ນແລ້ວ, ການເລືອກຕັ້ງປະທານາທິບໍດີ ແລະ ອົງການນິຕິບັນຍັດຈະໄດ້ຮັບການຈັດຕັ້ງ ໃນຮອດເວລາ 1 ປີຈະມາເຖິງ. ທ່ານ Ibrahima Sory Diallo, ປະທານສະພາແຫ່ງຊາດ Guinea – Bissau  ໄດ້ເຊັນຂໍ້ຕົກລົງດັ່ງກ່າວໂດຍບໍ່ມີການເຂົ້າຮ່ວມຂອງບັນດາ ສະມາຊິກພັກ ອາຟຣີກາ ເພື່ອເອກະລາດຂອງ Guinea – Bissau  ແລະ Cabo Verde (ຫຼື PAIGC) ກຳອຳນາດກ່ອນທີ່ຈະເກີດການລັດຖະປະຫານເມື່ອວັນທີ 12/4. ເຂົ້າຮ່ວມພິທີເຊັນຂໍ້ຕົກລົງ ດັ່ງກ່າວ, ຍັງມີບັນດາຜູ້ຕ່າງໜ້າຂອງສະຫະພາບ ອາຟຣີກາ (ຫຼື AU) ແລະ ປະຊາຄົມເສດຖະກິດບັນດາປະເທດ ອາຟຣີກາຕາເວັນຕົກ (ຫຼື ECOWAS). ຂໍ້ຕົກລົງນີ້ກໍຈະຖືກສົ່ງເຖິງສານສູງສຸດ Guinea – Bissau  ແລະ ມີຜົນສັກສິດ ແຕ່ວັນລົງລາຍເຊັນເປັນຕົ້ນໄປ, ລວມມີ 6 ຂໍ້ມາດຕາ ແລະ ສ້າງເປັນກອບກົດໝາຍ ຊ່ວຍສ້າງ ລັດຖະທຳມະນູນຢູ່ Guinea – Bissau ຄືນໃໝ່. ເອກະສານສະບັບນີ້ໄດ້ກຳນົດວ່າ: ທ່ານ Manuel Sherifo Nhamadjo ຈະເປັນປະທານາທິບໍດີຊົ່ວຄາວຂອງ Guinea – Bissau ໃນເວລາ 1 ປີ ແລະ ມີສິດບໍລິຫານປະເທດດ້ວຍຖານະເປັນປະມຸກລັດ ຈົນກ່ວາວ່າປະທານາທິບໍດີຄົນໃໝ່ໄດ້ຮັບການເລືອກຕັ້ງຢ່າງ ປະຊາທິປະໄຕສະບານຕົວເຂົ້າຮັບຕຳແໜ່ງ. ອາຍຸການຂອງສະພາແຫ່ງຊາດປະຈຸບັນ, ຄາດວ່າຈະສິ້ນສຸດໃນ ທ້າຍເດືອນ 11 ຈະມາເຖິງ, ແລະຈະໄດ້ຮັບການແກ່ຍາວຈົນກ່ວາວ່າມີສະພາແຫ່ງຊາດໃໝ່ຢ່າງເປັນທາງການ.

 

ຂ່າວ/ບົດ​ອື່ນ