ສະພາແຫ່ງຊາດ ໄດ້ກຽມພ້ອມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຈະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກຂອງລັດຖະບານໃນ 4 ໝວດບັນຫາ
  ເລີ່ມແຕ່ວັນທີ 06 ມິຖຸນາ ຮອດຕອນເຊົ້າວັນທີ 08 ມິຖຸນາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດ ຫວຽດນາມ ຈະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກຂອງລັດຖະບານໃນ 4 ໝວດບັນຫາຂຶ້ນກັບຂົງເຂດ: ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຊີ, ຊົນເຜົ່າ, ຄົມມະນາຄົມຂົນສົ່ງ. ເມື່ອວາລະຊັກຖາມອັດລົງ, ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ຈະເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

        ເມື່ອເຕື້ອງເຖິງ 4 ໝວດບັນຫາຈະຊັກຖາມໃນຄັ້ງນີ້, ທ່ານ ຫງວຽນຈູໂຮ່ຍ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ, ໄດ້ຕີລາຄາວ່າ:

        “ຂ້າພະເຈົ້າຄິດວ່າ, ນີ້ແມ່ນ 4 ໝວດບັນຫາຮ້ອນເຮັ່ງ, ຖືກກັບຄວາມຫວັງຂອງຜູ້ມີສິດເລືອກຕັ້ງ ກໍຄືຂອງສັງຄົມ. ຍ້ອນເຫດນັ້ນ, ຂ້າພະເຈົ້າຫວັງວ່າ ບັນດາລັດຖະມົນຕີຈະເປີດອົກເປີດໃຈ, ເວົ້າຖືກຈຸດສຸມຂອງບັນຫາ ແລະ ຕ້ອງຍົກອອກມາດຕະການແກ້ໄຂເພື່ອຮັບປະກັນຄຸນນະພາບຂອງການຊັກຖາມ”.

        ວາລະຊັກຖາມ ແລະ ຕອບຄຳຊັກຖາມ ຈະໄດ້ຖ່າຍທອດສົດທາງວິທະຍຸກະຈາຍສຽງ ແລະ ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຕິດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ