ສະພາແຫ່ງຊາດກຳປູເຈຍພິຈາລະນາປັບປຸງກົດໝາຍວ່າດ້ວຍບັນດາພັກການເມືອງ

ສະພາແຫ່ງຊາດກຳປູເຈຍພິຈາລະນາປັບປຸງກົດໝາຍວ່າດ້ວຍບັນດາພັກການເມືອງ - ảnh 1
ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin. 
(ພາບ: Nhan Sáng/TTXVN)

(vovworld) – ​ວັນ​ທີ 13/2, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ໄດ້​ສົ່ງ​ຄຳ​ສະ​ເໜີ​​ປັບ​ປຸງກົດ​ໝາຍ​​ວ່າ​ດ້ວຍ​ບັນ​ດາ​ພັກ​ການ​ເມືອງ​ໃຫ້​ກຳ​ມາ​ທິ​ການ​ກົດ​ໝາຍ ແລະ ຍຸ​ຕິ​ທຳ​ຂອງ​ສະ​ພາ​ແຫ່ງ​ຊາດ ກວດ​ກາ, ຄົ້ນ​ຄ້​ວາ, ລາຍ​ງານ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ພິຈາ​ລະ​ນາ. ສະ​ເໜີ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ພັກ​ການ​ເມືອງ​ໂດຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 60 ທ່ານ​ຂອງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ (CPP) ກຳ​ອຳ​ນາດ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 10/2. ກ່ອນ​ໜ້ານັ້ນ, ວັນ​ທີ 31/1, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​​ຜິດ​ປົກ​ກະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Samdech Hunsen ໄດ້​ກ່າວ​ເຕືອນ​ຈະ​ສ​ະ​ເໜີ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ພັກ​ການ​ເມືອງ​ຕາມ​ທິດ​ຮັດ​ແໜ້ນ​ກ່​ວາ, ຕາມນັ້ນ​ແລ້ວ, ບໍ່​ອະ​ນຸ​ຍາດ​ໃຫ້​ອາດ​ຊະ​ຍາ​ກອນ ຫຼື ນັກ​ໂທດ​ດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທານ ຫຼື ຮອງ​ປະ​ທານ​ພັກ, ຖ້າ​ລະ​ເມີດ​ກົດ​ໝາຍ​ຢ່າງ​ໜັກ​ໜ່ວງ ອາດ​ຈະ​ຖືກ​ຍຸບ​ເລີກ, ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຂອງ​ພັກ​ນັ້ນ​ອາດ​ຈະ​ຖືກ​ເກືອດ​ຫ້າມ​ບໍ່​ໃຫ້​ເຄື່ອນ​ໄຫວ​​ດ້ານການ​ເມືອງ.


ຂ່າວ/ບົດ​ອື່ນ