ສະພາແຫ່ງຊາດກຳປູເຈຍຮັບຮອງເອົາກົດໝາຍໃໝ່ 2 ສະບັບກ່ຽວກັບ ການເລືອກຕັ້ງ

ສະພາແຫ່ງຊາດກຳປູເຈຍຮັບຮອງເອົາກົດໝາຍໃໝ່ 2 ສະບັບກ່ຽວກັບ ການເລືອກຕັ້ງ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 19/03, ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ໄດ້​ເຫັນ​ດີ​ຮັບຮ​ອງ​ເອົາ​ກົດໝາຍ​ໃໝ່ 2 ສະບັບກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ບັນ​ດາ​ການ​ເລືອກ​ຕັ້ງດຳ​ເນີນ​ໄປຢ່າງ​ເສລີ ​ແລະ ມີ​ຄວາມຍຸຕິ​ທຳ ກໍ່ຄື​ສະກັດ​ກັ້ນ​ສະພາບ​ບໍ່​ມີ​ທາງ​ອອກ​ພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ອະ​ນາ​ຄົດ. ຕາມ​ການ​ກຳນົດ, ກົດໝາຍ 2 ສະບັບ​ນີ້​ຈະ​ໄດ້​ຍືນ​ຕໍ່​ສະພາ​ສູງ ພິຈາລະນາ​​ຄັ້ງ​ສຸດ​ທ້າຍ ກ່ອນ​ທີ່​ຍືນ​ຕໍ່​ສະພາລັດຖະທຳ​ມະນູນ ​ແລະ ຫຼັງ​ຈາກ​ນັ້ນ​ຍືນສະ​ເໜີຕໍ່​ພະ​ບາດ​ສົມ​ເດັກ​ພະ​ບໍຣົມມະນຽດ Norodom Sihamoni ອະນຸມັດ​ຜ່ານ ປະກາດ​​​ໃຊ້ເປັນກົດໝາຍ.

        ກົດໝາຍ​ສະບັບ​ໃໝ່​ໄດ້​ກຳນົດ​ວ່າ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຕໍ່​ໄປ​ໃນ​ປີ 2018, ຈຳນວນ​ທີ່​ນັ່ງ​ຂອງ​ສະພາ​ແຫ່ງ​ຊາດ​ຈະ​ເພີ່ມ​ຂຶ້ນ​ແຕ່ 123 ທີ່​ນັ່ງຂຶ້ນ​ເຖິງ 125 ທີ່​ນັ່ງ. ການຫາ​ສຽງ​ເລືອກ​ຕັ້ງ​ຈະ​ຖື​ກຫຼຸດ​ແຕ່ 30 ວັນ​ລົງ​ເຫຼືອ​ພຽງ 21 ວັນ, ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ ກໍ່​ຄື​ຊາວ​ຕ່າງປະ​ເທດ​ບໍ່​ມີສິດ​ຈັດການ​ຫາ​ສຽງ​ເລືອກ​ຕັ້ງ​ໃຫ້​ບໍ່​ວ່າ​ພັກ​ຝ່າຍ​ການ​ເມືອງ​ໃດໆ. ຮ່າງ​ກົດໝາຍ​ດັ່ງກ່າວ​ກໍ່​ກຳນົດ​ວ່າ ບັນດາ​ພັກ​ການ​ເມືອງ​ຈະ​ບໍ່​ມີ​ທີ່​ນັ່ງຖ​​້າຫາກຄັດ​ຄ້ານສະພາ​ແຫ່ງ​ຊາດ ພາຍຫຼັງ​ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ