ສະ​ພາ​ແຫ່ງ​ຊາດ​ຈັດ​ວາ​ລະ​ອັດກອງ​ປະ​ຊຸມ​

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງເອົາມະຕິທົດລອງບາງກົນໄກ, ນະໂຍບາຍພິເສດວ່າດ້ວຍການພັດທະນານະຄອນໂຮ່ຈີມິນ.
ສະ​ພາ​ແຫ່ງ​ຊາດ​ຈັດ​ວາ​ລະ​ອັດກອງ​ປະ​ຊຸມ​ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: VOV)

ໂດຍສືບຕໍ່ການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 24 ມິຖຸນາ ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງເອົາ ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້າຍການເຂົ້າອອກເມືອງ ຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ຜ່ານແດນ, ພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງປະຊາມະຕິຮັບຮອງເອົາມະຕິທົດລອງບາງກົນໄກ, ນະໂຍບາຍພິເສດວ່າດ້ວຍການພັດທະນານະຄອນໂຮ່ຈີມິນ, ລົງປະຊາມະຕິຮັບຮອງເອົາ ມະຕິກ່ຽວກັບໝາກຜົນຂອງການຕິດຕາມກວດກາ ຫົວເລື່ອງ “ລະດົມ, ຄຸ້ມຄອງ ແລະ ນຳໃຊ້ບັນດາແຫຼ່ງກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19, ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການແພດຂັ້ນຮາກຖານ, ການແພດປ້ອງກັນ”.

ຕອນບ່າຍວັນດຽວກັນ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສະພາແຫ່ງຊາດໄດ້ຈັດວາລະອັດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ