ສະພາແຫ່ງຊາດຈະລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການການເງິນ5ປີ

ສະພາແຫ່ງຊາດຈະລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການການເງິນ5ປີ - ảnh 1
(ພາບປະກອບ/TTXVN)

(vovworld) - ຕາມ​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ວັນ​ທີ 09/11, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບຍືນ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແຜນ​ຜັງ; ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​​ແຜນການ​ການ​ເງິນ 5 ປີ ​ແລະ ປຶກສາ​ຫາ​ລື​ຕາມ​ໜ່ວຍ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແຜນຜັງ​.

        ​ແລະ​ກໍ່​ໃນ​ວັນ​ທີ 09/11, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ຍືນສະ​ເໜີ ​ແລະ ບົດ​ລາຍ​ງານຜົນ​ແຫ່ງ​ການ​ກວດກາ​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​​ການອ​ອກວີ​ຊາ​ເອ​ເລັກ​ໂຕ​ນິກທົດ​ລອງ​ໃຫ້​ຊາວ​ຕ່າງປະ​ເທດ​ເຂົ້າ​ເມືອງ ຫວຽດນາມ. ຫລັງ​ຈາກ​ນັ້ນ ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ໃນ​ຍືນສະ​ເໜີ ​ແລະ ບົດ​ລາຍ​ງານ​ຜົນ​ແຫ່ງ​ການກວ​ດກາ​ກົດ​ໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີ່​ມ​ບັນຊີ​ລາຍ​ຊື່​ຂະ​ແໜງ​, ອາຊີບ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ມີ​ເງື່ອນ​ໄຂ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ແລະ ປຶກ​ສາ​ຫາລື​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ບາງ​ສະບັບ.

 

ຂ່າວ/ບົດ​ອື່ນ