ສະພາແຫ່ງຊາດຊັກຖາມຜູ້ວ່າການທະນາຄານແຫ່ງລັດແລະລັດຖະມົນຕີກະຊວງຖະແຫຼງຂ່າວແລະສື່ສານ

(VOVWORLD) -ໃນວາລະປະຊຸມຕອນເຊົ້າວັນທີ 17 ພະຈິກ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເລມິງຮືງ ສືບຕໍ່ເຮັດແຈ້ງຫຼາຍບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງທະນາຄານ.

ສະພາແຫ່ງຊາດຊັກຖາມຜູ້ວ່າການທະນາຄານແຫ່ງລັດແລະລັດຖະມົນຕີກະຊວງຖະແຫຼງຂ່າວແລະສື່ສານ - ảnh 1ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເລມິງຮືງ ຕອບຊັກຖາມ

(ພາບ: TTXVN)

ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຕີລາຄາສູງບັນດາມາດຕະການບໍລິຫານຂອງທະນາຄານແຫ່ງລັດ ໃນໄລຍະຜ່ານມາ ແມ່ນເໝາະສົມກັບການຜັນແປຂອງເສດຖະກິດມະຫາພາກ, ຕະຫຼາດເງິນຕາ, ຮັກສາອັດຕາດອກເບ້ຍໂດຍພື້ນຖານ, ປະກອບສ່ວນເຂົ້າໃນຄາດໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ການຜະລິດດຳເນີນທຸລະກິດ… ເຖິງຢາງໃດກໍ່ຕາມ, ມີສະມາຊິກສະພາແຫ່ງຊາດບາງທ່ານຖືວ່າ, ເລື່ອງສ້າງໂຄງປະກອບຄືນໃໝ່ ແລະ ແກ້ໄຂໜີ້ເສຍຍັງບໍ່ທັນບັນລຸໄດ້ໝາກຜົນຄືດັ່ງຄວາມຫວັງ. ກ່ຽວກັບມາດຕະການແກ້ໄຂໃນໄລຍະຈະມາເຖິງ, ຜູ້ວ່າການທະນາຄານແຫ່ງລັດ ເລມິງຮືງ     ເນັ້ນໜັກວ່າ.

        “ສຸມໃສ່ເຂົ້າໃນວຽກງານສ້າງກອບກົດໝາຍໃຫ້ສຳເລັດ ເພີ່ມທະວີກຳລັງຄວາມສາມາດຂອງອົງການກວດກາ, ຕິດຕາມກວດກາ, ພິເສດແມ່ນວຽກງານກວດກາຄວາມສ່ຽງ ແລະ ວຽກງານຕິດຕາມກວດກາ, ເປັນເຈົ້າການພົບເຫັນບັນດາຄວາມສ່ຽງໂດຍໄວ ເພື່ອກ່າວເຕືອນ ແລະ ແກ້ໄຂຢ່າງວ່າງໄວໃຫ້ບັນດາອົງການສິນເຊື່ອເມື່ອປະສົບກັບຄວາມສ່ຽງ”.

        ຜູ້ວ່າການທະນາຄານແຫ່ງລັດ ເລມິງຮືງ ໃຫ້ຮູ້ວ່າ, ທະນາຄານແຫ່ງລັດ ປະຕິບັດການບໍລິຫານ, ວາງແຜນນະໂຍບາຍເງິນຕາ ດ້ວຍຄາດໝາຍທຸລະລ່ວງແມ່ນຮັບປະກັນຄຸນຄ່າຂອງສະກຸນເງິນດົ່ງຫວຽດນາມ, ຮັບປະກັນຄວາມປອດໄພໃຫ້ລະບົບ, ຮັບປະກັນສະຖຽນລະພາບໃຫ້ບັນດາອົງການສິນເຊື່ອ ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ.

        ສິ້ນສຸດວາລະຊັກຖາມຂອງຜູ້ວ່າການທະນາຄານແຫ່ງລັດ ເລມິງຮືງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາວ່າ, ວາລະຊັກຖາມຖືກດຳເນີນໄປຢ່າງກົງໄປກົງມາ, ຟົດຟຶ້ນ, ຖືກກັບເປົ້າໝາຍ. ການຕອບຄຳຊັກຖາມຂອງຜູ້ວ່າການທະນາຄານແຫ່ງລັດ ໄດ້ຮັບຄວາມພໍໃຈຈາກສະມາຊິກສະພາແຫ່ງຊາດ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ.

        ພາຍຫຼັງການຊັກຖາມຜູ້ວ່າການທະນາຄານແຫ່ງລັດ ເລມິງຮືງ, ສະພາແຫ່ງຊາດດຳເນີນການຊັກຖາມທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ ກ່ຽວກັບການຜັນຂະຫຍາຍການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບການບໍລິຫານ, ໂດຍສະເພາະແມ່ນບັນດາລະບຽບການບໍລິຫານ ແລະ ການສ້າງລັດຖະບານເອເລັກໂຕນິກ; ວຽກງານຄຸ້ມຄອງຂອງລັດກ່ຽວກັບສື່ສານ, ຖະແຫຼງຂ່າວ ແລະ ບັນດາມາດຕະການຄວບຄຸມ, ຈຳກັດຂໍ້ມູນທີ່ບໍ່ດີທຳຮ້າຍທາງສື່ສັງຄົມອອນລາຍ ແລະ ກຳນົດທິດສື່ຂ່າວ, ໂຄສະນາວັດທະນະທຳ, ຄຸນສົມບັດສັງຄົມ. ເຖິງຢ່າງໃດກໍ່ຕາມ, ການປະຕິບັດການບໍລິການພາກລັດໂດຍກົງຜ່ານເຄືອຂ່າຍອີນເຕີແນັດຍັງມີຂໍ້ຈຳກັດຫຼາຍຢ່າງ. ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ຊີ້ແຈ້ງວ່າ.

        “ໃນໄລຍະຈະມາເຖິງ, ລັດຖະບານ ໄດ້ຍົກອອກບາງໜ້າທີ່ຈຸດສຸມມີລັກສະນະບຸກທະລຸ, ໃນນັ້ນເນັ້ນໜັກເຖິງການກະຕຸກຊຸກຍູ້, ແນະນຳບັນດາກະຊວງ, ຂະແໜງການຜັນຂະຫຍາຍການປະຕິບັດບັນດາມະຕິຢ່າງເຂັ້ມງວດ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂຕົ້ນຕໍ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ກຳລັງແກ່ງແຍ້ງແຫ່ງຊາດ. ຜັນຂະຫຍາຍແນະນຳການສ້າງ, ນຳໃຊ້ລັດຖະບານເອເລັກໂຕນິກ ເພື່ອປະກອບສ່ວນປະຕິຮູບລະບຽບການບໍລິຫານ ຕາມທິດຍົກສູງປະສິດທິຜົນການຂຸດຄົ້ນນຳໃຊ້ລະບົບເອກະສານບໍລິຫານສະໜອງການບໍລິການສາທາລະນະຜ່ານອິນເຕີແນັດ ແຕ່ຂັ້ນສູງກາງ ລົງຮອດທ້ອງຖິ່ນຢ່າງມີປະສິດທິຜົນ.”

        ຕອນບ່າຍວັນທີ 17 ພະຈິກ, ສະພາແຫ່ງຊາດສືບຕໍ່ຊັກຖາມທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິງຕ໋ວນ.

ຕອບກັບ

ຂ່າວ/ບົດ​ອື່ນ