ສະພາແຫ່ງຊາດຊຸດທີ 15 ຮັບຮອງເອົາມະຕິວ່າດ້ວຍການຍົກເລີກຕຳແໜ່ງປະທານປະເທດ, ໃຫ້ເຊົາໜ້າທີ່ເປັນ ສ.ສ.ຊ ສຳລັບທ່ານ ຫງວຽນຊວນຟຸກ

(VOVWORLD) -ຕອນບ່າຍວັນທີ 18 ມັງກອນນີ້, ກອງປະຊຸມວິສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 15 ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.
ສະພາແຫ່ງຊາດຊຸດທີ 15 ຮັບຮອງເອົາມະຕິວ່າດ້ວຍການຍົກເລີກຕຳແໜ່ງປະທານປະເທດ, ໃຫ້ເຊົາໜ້າທີ່ເປັນ ສ.ສ.ຊ ສຳລັບທ່ານ ຫງວຽນຊວນຟຸກ - ảnh 1ກອງປະຊຸມວິສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 15 ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ທີ່ຮ່າໂນ້ຍ

     ທີ່ກອງປະຊຸມ, ສະພາແຫ່ງຊາດໄດ້ຮັບຟັງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທງເມີ້ນ ກ່າວໃບຍື່ນສະເໜີຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຍົກເລີກຕຳແໜ່ງ ປະທານປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026 ແລະ ໃຫ້ເຊົາໜ້າທີ່ເປັນ ສ.ສ.ຊ ຊຸດທີ 15 ສຳລັບທ່ານ ຫງວຽນຊວນຟຸກ

       ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມອາຍຸການ 2016-2021, ທ່ານໄດ້ມີບັນດາຄວາມມານະພະຍາຍາມໃນການຊີ້ນຳນຳພາ ບໍລິຫານວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19, ບັນລຸໄດ້ບັນດາໝາກຜົນທີ່ສຳຄັນ.

  ຢ່າງໃດກໍ່ຕາມ, ທ່ານຕ້ອງຮັບຜິດຊອບທາງດ້ານ ການເມືອງຂອງຜູ້ເປັນຫົວຫນ້າໃນຂະນະ ທີ່ໄດ້ປະປ່ອຍໃຫ້ພະນັກງານຂັ້ນລຸ່ມຫຼາຍທ່ານມີການກະທໍາ ບໍ່ຖືກຕ້ອງ, ອັນໄດ້ກໍ່ໃຫ້ເກີດ ຜົນສະທ້ອນທີ່ ຮ້າຍແຮງ. ໂດຍໄດ້ເຂົ້າໃຈຄວາມຮັບຜິດຊອບຕໍ່ ພັກ ແລະ ປະຊາຊົນ, ທ່ານ ຫງວຽນຊວນຟຸກ ໄດ້ມີໃບຄຳຮ້ອງສົ່ງເຖິງສະພາແຫ່ງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອຂໍເຊົາດຳລົງຕຳແໜ່ງປະທານປະເທດຫວຽດນາມ, ປະທານສະພາປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຂໍເຊົາໜ້າທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ຂໍພັກບຳນານ

      ພາຍຫຼັງໄດ້ຮັບຟັງທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນ; ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບໃບຍື່ນສະເໜີຂອງຄະນະປະຈຳສະພາແຫ່ງຊາດ; ສະພາແຫ່ງຊາດໄດ້ປ່ອນບັດລັບລົງຄະແນສຽງຮັບຮອງເອົາມະຕິວ່າດ້ວຍການຍົກເລີກຕຳແໜ່ງ ປະທານປະເທດ ສສ ຫວຽດນາມ ແລະ ໃຫ້ເຊົາໜ້າທີ່ເປັນ ສ.ສ.ຊ ຊຸດທີ 15 ສຳລັບທ່ານ ຫງວຽນຊວນຟຸກ

ຕອບກັບ

ຂ່າວ/ບົດ​ອື່ນ