ສະພາແຫ່ງຊາດບຸນກາຣີຮັບຮອງເອົາລັດຖະບານໃຫມ່

(vovworld)- ວັນ​ທີ 29/5, ສະພາ​ແຫ່ງ​ຊາດ​ ບຸນ​ກາຣີ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ລັດຖະບານ​ໃຫມ່​ໂດຍ​ນັກ​ເສດຖະກິດ Plamen Oresharski ອາຍຸ 53 ປີຜູ້​ທີ່ບໍ່​ເຂົ້າ​ຮ່ວມ​ພັກ​ຝ່າຍ​ໃດ​ນຳ​ຫນ້າ. ການ​ກະທຳ​ດັ່ງກ່າ​ວໄດ້​ຮັບ​ຖື​ວ່າ ຈະ​ຢຸດຕິ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ທີ່​ແກ່ຍາວ​ຫລາຍ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ທຸກ​ຍາກ​ກວ່າ​ໝູ່​ໃນ​ສະຫະພາບ​ເອີ​ລົບ​(ອີ​ຢູ). ທ່ານ Oresharski ​ແລະ ສະມາຊິກ​ຄະນະ​ລັດຖະບານ​ຂອງ​ຕົນ​ໄດ້​ສາບານ​ຕົວ​ຮັບ​ດຳລົງຕຳ​ແຫນ່​ງພາຍຫລັງ​ສະພາ​​ແຫ່ງ​ຊາດ​ປ່ອນ​ບັດ​ຮັບຮອງ​ເອົາ​ດ້ວຍບັດ​ສະຫນັບສະຫນູນ 120 ບັດ, ບັດ​ຄ້ານ 97 ບັດ. ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ, ທ່ານ Oresharski ຢືນຢັນ​ວ່າ: ​ບຸລິມະສິດ​ຕົ້ນຕໍ​ຂອງ​ທ່ານ​ແມ່ນ​ຟື້ນ​ຟູ​ບົດບາດ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ​ກໍ​ຄື​ພື້ນຖານ​ເສດຖະກິດ, ຊຸກຍູ້​ວິ​ສາ​ຫະກິດ ​ແລະ ຄວາມ​ສະ​ເຫມີ​ພາບ​ທາງ​ສັງຄົມ. ທ່ານ Oresharski ຮຽກຮ້ອງ​ໃຫ້​ປະຊາຊົນ​ເຫັນ​ດີ​ຢ່າງ​ສູງ​ຕໍ່​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສາມັກຄີ​​ໃນ​ສັງຄົມ, ຟື້ນ​ຟູ​ເສດ​ຖະກິດ, ​ເພີ່ມ​ທະວີ​ກຳລັງ​ແຮງຂອງ​ບັນດາ​ລະບອບ. ການ​ນຳ​ພັກ​ສັງຄົມ ບຸນ​ກາຣີ, ທ່ານ Sergei Stanishev ຖື​ວ່າ: ລັດຖະບານ​ຂອງ​ທ່ານ Oresharski ມີ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ວິ​ສາ​ຫະກິດ ​ແລະ ປະຊາຊົນ, ຊຸກຍູ້​ເສດຖະກິດ, ດຶງ​ດູດ​ການ​ລົງທຶນ, ສ້າງ​ວຽ​ກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ ​ແລະ ຄຳ​ໝັ້ນ​ສັນຍາ​ຕໍ່​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ