ສະພາແຫ່ງຊາດປຶກ ສາຫາລືຢູ່ໜ່ວຍກ່ຽວ ກັບຮ່າງລັດຖະທຳມະ ນູນປີ 1992 ສະບັບປັບປຸງ

ສະພາແຫ່ງຊາດປຶກ ສາຫາລືຢູ່ໜ່ວຍກ່ຽວ ກັບຮ່າງລັດຖະທຳມະ ນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) -  ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 27/05, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້ປຶກສາ​ຫາລື​ຢູ່​ຕາມໜ່ວຍ​ກ່ຽວ​ກັບ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ປະກອບ​ຄຳ​ເຫັນ​​ໃສ່ເນື້ອ​ໃນ​ລະອຽດຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​​ຍົກ​ຄຳ​ເຫັນ​ວ່າ: ຄຳ​ນຳ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ລັດຖະທຳ​ມະນູນ​ແຕ່​ລະສະ​ບັບ. ອີງຕາມ​ມູນ​ເຊື້ອ​ຂອງ​ຊາດ, ປະຫວັດ​ແຫ່ງ​ການ​ສ້າງ​​ລັດຖະທຳ​ມະນູນ​ຂອງ​ແຕ່ລະ​ປະ​ເທດ​ຄຳ​ນຳ​ໄດ້​ຮັບ​ການຮຽບຮຽງ​ດ້ວຍ​ເນື້ອ​ໃນ, ຄວາມ​ຍາວ, ​ການ​ສະ​ແດງ​ທີ່ແຕກ​ຕ່າງ​ກັນ. ຜ່ານ​ການ​ຄົ້ນຄວ້າ​ລັດຖະທຳ​ມະນູນ 4 ສະບັບ​ຂອງ​ຫວຽດນາມມາ​ຮອດປະຈຸ​ບັນ, ອາ​ດ​ເຫັນ​ໄດ້​ວ່າ ຄຳ​ນຳ​ຂອງ​ລັດຖະທຳ​ທະນູ​ນສະບັບ​ຕ່າງໆ ​ໄດ້​ຮັບ​ການສ້າງ​ຂຶ້ນ​ພື້ນຖານສະແດງບັນດາ​ຂີ​ດໝາຍ​ທີ່​ເປັນ​ພື້ນຖານປະຫວັດ​ສາດ​ຂອງ​ຊາດ, ປະຫວັດສາດ​ຂອງ​ຊາດ​ພາຍ​ໃຕ້​ການ​ຊີ້​ນຳ ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ,    ປະຫວັດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ, ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ, ສິດ​ປະກາດ​ລັດຖະທຳ​ມະນູນ. ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ, ບົນ​ພື້ນຖານ​ການ​ສືບທອດ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ຄຳ​ນຳ​ຂອງ​ລັດຖະທຳ​ມະນູນ​ປີ 1992, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ຖື​ວ່າ ຄຳ​ນຳ​ໃນ​ຮ່າງ​ລັດຖະທຳ​ທະນູ​ນ​ໄດ້​ຮັບ​ການ​ປັບປຸງ​​ໃຫ້​ສັ້ນກວ່າ ​ແລະ ກະທັດ​ລັດ​ກ່ວາ ລວບ​ລວມ​ມູນ​ເຊື້ອ​ປະ​ຫວັດສາ​ດອັນ​ສະຫງ່າ​ລາສີ​ຂອງ​ຊາດ, ການສ້າງ​ຕັ້ງ​ຂອງ​ພັກ ​ແລະ ລັດຕິດ​ພັນ​ກັບ​ວິວັດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກຳນົດ​​ແຈ້ງເປົ້າໝາຍ​ກໍ່​ສ້າງ, ປະຕິບັດ ​ແລະ ປົກ​ປ້ອງ​ລັດຖະທຳ​ມະນູນ.
ຂ່າວ/ບົດ​ອື່ນ