ສະພາແຫ່ງຊາດປຶກສາ ຫາລື ກ່ຽວກັບແຜນຮ່າງ ສັງລວມ ສ້າງໂຄງປະກອບ ເສດຖະກິດຄືນໃໝ່

ສະພາແຫ່ງຊາດປຶກສາ ຫາລື ກ່ຽວກັບແຜນຮ່າງ ສັງລວມ ສ້າງໂຄງປະກອບ ເສດຖະກິດຄືນໃໝ່ - ảnh 1

(ພາບ:dddn.com.vn)

( vovworld ) –  ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Nguyen Thi Kim Ngan, ຕອນ​ເຊົ້າວັນ​ທີ 8/6, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມກ່ຽວ​ກັບ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ນີ້​ແມ່ນ​ແຜນ​ຮ່າງ​ສຳຄັນ, ​ໃຫ່ຍທີ່​ສຸດ​ນັບ​ແຕ່​ກ່ອນ​ມາ ​ແລະ ​ໄດ້​ຮັບ​ຄວາມ​ສົນໃຈ​ເປັນ​ພິ​ເສດ​ຈາກ​ຫາງ​ສຽງ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ການ​ເສດຖະກິດ​ປະສົບ​ກັບ​ຄວາມຫຍຸ້ງຍາກ​ຄື​ປະຈຸ​ບັນ.

ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 9/11/2011 ມອບໝາຍ​ໃຫ້​ລັດຖະບານ ຈົ່ງ​ຮີບ​ເຮັ່ງ​ສ້າງ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ ຄືນ​ໃໝ່ສຳ​ເລັດ ຕິດ​ພັນ​ກັບ​ການ​ປ່ຽນ​​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ລັກສະນະ​ແກ່ງ​ແຍ້​ງສູງ. ​ແຜນ​ຮ່າງ​ນີ້​ເພື່ອ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ສັງ​ລວມ​ແມ່ນ​ຮັບປະກັນ​ການ​ເຕີບ​​ ໂຕ​ເສດຖະກິດ​ຢູ່​ໃນ​ລະດັບ​ເໝາະ​ສົມ, ປະກອບສ່ວນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ຢ່າງໝັ້ນຄົງ, ລິ​ດັບ​ເງິນ​ເຟີ້​ຕ່ຳ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ.

 
ສະພາແຫ່ງຊາດປຶກສາ ຫາລື ກ່ຽວກັບແຜນຮ່າງ ສັງລວມ ສ້າງໂຄງປະກອບ ເສດຖະກິດຄືນໃໝ່ - ảnh 2

ທ່ານນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan

(ພາບ:vtv.vn)

   ບັນດາ​ຄຳ​ເຫັນທີ່​ເວທີ​ປາ​ໄສ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 8/6 ລ້ວນ​ແຕ່​ເຫັນ​ດີ​ເປັນ​​ເອກະສັນ​ສູງ​ໂດຍ​ຖື​ວ່າ ຈຳ​ເປັນ​ຕ້ອງ​ມີແຜນ​ຮ່າງ​ສັງ​ລວມການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍູ້​ງຍາກ ​ແລະ ມຸ້ງ​ໄປ​ເຖິງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ​ເປັນ​ປົກກະຕິ. ທ່ານ Ngo Duc Manh ສສຊ ​ແຂວງ ບິນ​ທ້ວນ ຖື​ວ່າ: ​ເລື່ອງ​ສ້າງ​ໂຄງ​ປະກອບ​ເສ​ດຖະກິດ​ຄືນ​ໃໝ່ ຕ້ອງ​ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​​ເຂົ້າກັບ​ເສດຖະກິດ​ສາ​ກົນ, ພ້ອມ​ທັງ​ຕ້ອງ​ຮັກສາ​ຕະຫຼາດ​ພາຍ​ໃນ​ປະ​ເທດ. ທ່ານ Ngo Duc Manh ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ​ແຜນການ​ຕ້ອງ​ເອົາ​ໃຈ​ໃສ່​ ​ເຖິງ​ບັນຫາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຕ້ອງ​ກຳນົດ ການ​ເຊື່ອມ​ໂຍງ​​ເສດຖະກິດ​ສາກົນ ​ແມ່ນ​ໜ້າ​ທີ່ ​ເພື່ອ​ປ່ຽນ​ໃໝ່ ​ແລະ ພັດທະນາ​ປະ​ເທ​ດຊາດ. ຕ້ອງ​ຖື​ການ​ເປີດ​ປະຕູ, ​ເຊື່ອມ​ໂຍງ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ​ເຂົ້າ​ຮ່ວມ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ພວມ​ເຮົາ​ມີ​ເງື່ອນ​ໄຂ​ເສີມ​ຂະຫຍາຍ​ກຳລັງ​ແກ້ງ​ແຍ້​ງ, ປົວ​ແປງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ”

ທ່ານ To Van Tam ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Kon Tum ມີ​ຄຳ​ເຫັນ​ວ່າ:

   “ທັດສະນະ​ຂອງ​ພັກໃນຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​​ແຕ່ປີ 2011 ຮອດ​ປີ 2020 ​ໂດຍ​ກອງ​ປະຊຸມໃຫ່ຍ​ທົ່ວ​ປະ​ເທດຄັ້ງທີ 11 ພັກ​ກອມ​ມູນິດ​ຫວຽດນາມ ຮັບຮອງ​ເອົາ ​ໄດ້​ກຳນົດ​ການ​ພັດທະນາ​ໄວ ຕິດ​ພັນ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ທັດສະນະ​ຊີ້​ນຳ​ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ຂອງ​ແຜນການ ​ໄດ້ກຳນົດ​ການ​ປະຕິບັດການ​ເຕີບ​ໂຕ​ເໝາະ​ສົມ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ລັດຖະບານ​ຈົ່ງ​ພິຈາລະນາ​ບັນຫາ​ນີ້​ຄືນ​ໃໝ່. ຂ້າພະ​ເຈົ້າສະ​ເໜີ​ເພີ່ມ​ເຕີມຈຸດໝາຍ​ໃນການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແມ່ນ​ຮັບ​ໃຊ້​ມະນຸດ, ມຸ້ງ​ໄປ​ເຖິງ​ຈຸດໝາຍ​ມະນຸດ ຄື​ຍຸດ​ທະ​ສາດ​ຂອງ​ພັກ​ໄດ້​ກຳນົດ​ການ​ພັດທະນາ​ປັດ​ໄຈ​ມະນຸດ, ຖື​ມະນຸດ​ເປັນ​ຈຸດໝາຍ​ຂອງ​ການ​ພັດທະນາ

  ສ່ວນ​ທ່ານ Nguyen Ngoc Hoa ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ປະກອບ​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​​ວ່າໃນ​ແຜນ​ຮ່າງ ພວກ​ເຮົາ​ຕ້ອງ​ເຮັດ​ແຈ້ງ​ທຸກ​ແຫຼ່ງກຳລັງ​ແຫ່ງ​ຊາດ, ​ແຫຼ່ງກຳລັງ​ສັງຄົມ​ຈະ​ຈັດ​ແບ່ງ​ຄື​ແນວ​ໃດ, ​ໃນ​ນັ້ນ​ເຮັດ​ແນວ​ໃດ​​ເພື່ອ​ສາມາດລະດົມ​ກຳລັງ​ທັງ​ໝົດ​ຂອງ​ສັງຄົມ​ໄດ້​ດີ. ຂ້າພະ​ເຈົ້າສະ​ເໜີ​​ວ່າຕ້ອງ​ມີ​ບັນດາ​ຄາດໝາຍ​ເພື່ອ​ວັດ​ແທກ​ປະສິດທິ​ຜົນ​ຂອງວິວັດ​ທະນະ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ສຸດ​ທ້າຍ, ຂ້າພະ​ເຈົ້າສະ​ເໜີ​​ວ່າໃນ​ແຜນ​ຮ່າງ​ຕ້ອງ​ເຮັດ​​ໃຫ້​ຈະແຈ້ງ​ບັນດາ​ລະບົບ​ກົດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ຕ້ອງ​ສ້າງ​ສຳ​ເລັດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວິວັດທະນາ​ການສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃໝ່.

 

 

 

 

 

 


ຂ່າວ/ບົດ​ອື່ນ