ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບຮ່າງ ກົດໝາຍວ່າດ້ວຍການ ພິມຈຳໜ່າຍ

ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບຮ່າງ ກົດໝາຍວ່າດ້ວຍການ ພິມຈຳໜ່າຍ  - ảnh 1
ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລື

(ພາບ:vtvcantho.vn)

(VOV)- ຕອນ​ເຊົ້າວັນ​ທີ 27/10, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​​ເຮັດ​ວຽກຢູ່​ຫໍ​ປະຊຸມ​ເພື່ອ​ປຶກ​ຫາ​ລາ​ລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈະ​ໜ່າຍ (ສະບັບ​ປັບປຸງ); ​ເພື່ອ​ຄຸ້ມ​ຄອງ​ການ​ເຄື​ອ່ນ​ໄຫວ​ພິມ​ຈຳໜ່າຍ ກໍ່​ຄື​ປ້ອງ​ກັນ, ຕ້ານ​ການ​ພິມ​ເອກະສານ​ປອມ, ບັນດາ​ຄຳ​ເຫັນ​ເຫັນ​ດີກ່ຽວ​ກັບ​ເລື່ອງ​ຕ້ອງ​ມີ​ການ​ນຳ​ນົດລະອຽດ​ກ່ຽວ​ກັບ​ເປົ້າໝາຍ​ສ້າງຕັ້ງ​ໂຮງພິມ​ຈຳໜ່າຍ, ມອບ​ໃຫ້​ລັດຖະບານ​ກຳນົດ​ການສ້າງຕັ້ງ​ໂຮງພິມ​ຈຳໜ່າຍ. ສຳລັບ​ຂົງ​ເຂດ​ສື່​ເອ​ເລກ​ໂຕ​ນິກ, ບັນດາ​ຄຳ​ເຫັນ​ສະ​ເໜີ​ຕ້ອງ​ມີ​​ໂຄງການ​ສະ​ເພາະ​ກ່ຽວ​ກັບ​ບັນຫາ​ນີ້​ຍ້ອນ​ວ່າ​ນີ້​ແມ່ນ​ຂົງ​ເຂດ​ພວມ​ມີ​ທ່າ​ອ່ຽງພັດທະນາ​ຢ່າງ​ແຮງ​ໃນ​ອະ​ນາ​ຄົດ. ທ່ານນາງ​ເຈີ່ນຣົ່ງທຳ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​​ເກີນ​ເທີ ຖື​ວ່າ:

    “ທັດສະນະ​ຂອງຂ້າພະ​​ເຈົ້າ​ແມ່ນ​ຕ້ອງ​ກຳນົດ​ພຽງ​ແຕ່​ບັນດາ​ບັນຫາ​ມີ​ລັກສະນະ​ຫຼັກການສຳລັບ​ການ​ເຄື​ອ່ນ​ໄຫວ​ສື່ເອ​ເລກ​ໂຕ​ນິກ​ເທົ່າ​ນັ້ນ ​ແລະ ມອບ​ໃຫ້​ລັດຖະບານ​ກຳນົດ​ລາຍ​ລະອຽດ. ​ໃນ​ວິວັດ​ການ​ນັ້ນ, ລັດຖະບານ​ຈະ​ຄົ້ນຄ້ວາ, ສະຫລຸບ​ບົດຮຽນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ກຳນົດ​ຢ່າງ​ມີ​ໄຫວ​ພິບ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ປະຈຸ​ບັນ“.

   ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກ​ສາຫາ​ລື​ຢູ່​ໜ່ວຍກ່ຽວກັບ​ຮ່າງກົດໝາຍ​ວ່າ​ດ້ວຍນະຄອນຫຼວງ. ຈຸດ​ໃໝ່​ໃນ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ຄັ້ງນີ້​ແມ່ນ​ໄດ້​ເພີ່ມ​ເຕີມ​ຂໍ້ກຳນົດ 16 ນະ​ໂຍບາຍ, ກົນ​ໄກ​ພິ​ເສດສະ​ເພາະ​ເພື່ອ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ທີ່ໝັ້ນຄົງ​ໃຫ້​ແກ່​ການ​ພັດທະ​ນານະຄອນຫຼວງ​ຖືກ​ກັບ​ຂອບ​ຂະໜາດ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ