ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບໝາກຜົນ ການປະຕິບັດບັນດາ ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ


ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບໝາກຜົນ ການປະຕິບັດບັນດາ ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ - ảnh 1

(ພາບ: tuoitre.vn)

 (vovworld)-​​​​ ​ ​ ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດບັນດາ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ພາຍຫ​ລັງກາ​ນຊັກ​ຖາມ ​ແລະ ຕອນ​ຄຳ​ຊັກ​ຖາມ ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ 3 ຄັ້ງຫວ່າງ​ແລ້ວ​ນີ້, ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕຫງວຽນ​ຊວນ​ຟຸກ ສະ​ເໜີ​ໃນ​ຕອນ​​ເຊົ້າວັນ​ທີ 19/11 ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາຄື: ກະສິກຳ, ຊົນນະບົດ, ວັດທະນະທຳ, ກິລາ, ການທ່ອງທ່ຽວ ​ແລະ ນະ​ໂຍບາຍ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ​ເປົ້າໝາຍ​ນະ​ໂຍບາຍ.

  ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ, ບັນດາ ສສຊ ​ໄດ້​ຕີ​ລາຄາ​ສູງ​ການ​ຫັນປ່ຽນ​ອັນຕັ້ງໜ້າ​ໃນ​ການ​ຊີ້​ນຳ​ຂອງ​ລັດຖະບານ​ກໍ່​ຄື​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຊັກ​ຖາມ. ຕາມ​ຄຳ​ເຫັນ​ຂອງ ສສຊ ຫຼາຍ​ທ່ານ ​ແລ້ວ, ຍັງ​ມີ​ບັນດາ​ເນື້ອ​ໃນ​ບໍ່ທັນ​ໄດ້​ຮັບ​ການ​ພິຈາລະນາ​ແກ້​ໄຂ​ຢູ່​ບາງ​ຂົງ​ເຂດ​ຄື: ອຸດສາຫະກຳ​ການ​ຄ້າ, ກະສິກຳ, ສາທາລະນະ​ສຸກ, ການ​ລົງທຶນ, ​ໄຟຟ້າ​ນ້ຳຕົກ…​ໜຶ່ງ​ໃນ​ບັນດາ​ບັນ​ຫາ​ພົ້ນ​ເດັ່ນ​ແມ່ນ​ການ​ໜູນ​ຊ່ວຍ ປຊຊ ຢູ່​ເຂດ​ໄຟຟ້າ​ນ້ຳຕົກ, ຊື່​ງ​ແມ່ນ​ບ່ອນ​ມີ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ສູງ​ທີ່​ສຸດ. ອະພິປາຍ​ກ່ຽວ​ກັບ​ເນື້ອ​ໃນ​ນີ້, ທ່ານ​ກາວ​ດຶດຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ:

   “ທາງກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ດຳ​ເນີນ​ການ​ສຳ​ຫຼວດຄງາມ​ຄຶບໜ້າໃນ​ການ​ຍົກຍ້າຍ ປຊຊ ​ໄປຕັ້ງຖິ່ນ​ຖານ​ຄົງ​ທີ່ຄືນ​ໃໝ່ ຢູ່​ບັນດາ​ກິດຈະກຳ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກມາ. ບົດ​ພື້ນຖານ​ການ​ສຳ​ຫຼວດ, ທາງ​ກະຊວງ​ພວມ​ຊີ້​ນຳ​ສ້າງ​ແຜນ​ຮ່າງ​ນະ​ໂຍບາຍ​ຮັບປະກັນຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ​ເປັນ​ປົກກະຕິ ​​ແລະ ຄາດ​ວ່າ​ທ້າຍ​ປີ 2013 ຈະ​ສຳ​ເລັດ. ບົນ​ພື້ນຖານ​ນີ້, ຈະ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ເພື່ອ​​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ“

ທີ່​ວາລະ​ປຶກສາ​ຫາລື, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຊີ້​ແຈ້ງ​ບັນດາ​ວຽກ​ງານ​ເຊິ່ງລັດຖະບານ​ຈະດຳ​ເນີນ​ເພື່ອ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ.

        “ກ່ອນ​ອື່ນ​ໝົດ​ແມ່ນ​ສືບ​ຕໍ່​ສ້າງ​ນະ​ໂຍບາຍ​ກົດໝາຍ​ໃຫ້​ທັນ​ການ. ທີ 2 ​ແມ່ນ​ຕ້ອງ​ມີ​ມາດ​ຕະການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຜະລິດ​ກະສິກຳ. ທີ 3 ​ແມ່ນ​ປະຕິບັດກົດ​ລະບຽບ​ວິ​ໄລຢ່າງ​ເຂັ້ມ​ງວດ. ທີ 4 ​ແມ່ນ​ສົມທົບ​ໜ້າ​ທີ່​ຮັບຜິດຊອບ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ທີ 5 ​ແມ່ນ ຍົກ​ສູງ​ຄຸນສົມບັດ​ສັງຄົມ. ສຸດ​ທ້າຍ​ແມ່ນ, ສຳລັບ​ບັນດາ​ບັນຫາ​ລະອຽດ​ຄື ການ​ຕັ້ງ​ຖິນຖານ​ຄົງ​ທີ່​ເຂື່ອນ​ໄຟຟ້າ​ນ້ຳຕົກ, ການລະບາຍ​ນ້ຳ, ລັດຖະບານ​ຈະ​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ແກ້​ໄຂ​ເພື່ອ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດໂດຍ​ໄວ.”

        ກ່າວ​ຄຳ​ເຫັນ​ສິ້ນສຸດວາລະ​ປຶກສາ​ຫາລື, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ນງອກ​ເຊີນ ຢືນຢັນ​ວ່າ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະພາ​ແຫ່ງ​ຊາດ​ສະຫຼຸບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ​​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດຢ່າງ​​ແທດ​ຈິງ, ປະກອບສ່ວນ​ປັບປຸງ​ລະບົບນະ​ໂຍບາຍ​ກົດໝາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ກໍ່​ຄື​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບໝາກຜົນ ການປະຕິບັດບັນດາ ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ - ảnh 2
ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ

ຊັກ​ຖາມ​ລັດຖະມົນຕີ​ກະຊວງ​ກະສິກຳ​ແລະ​ພັດທະນາ​ຊົນນະບົດ

 ​ໂດຍ​ເປີດ​ສາກ​ວາລະຊັກ​ຖາມ​ທີ່​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 19/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ: ຮອດ​ຕອນ​ເຊົ້າ​ວັນ​ທີ 19/11, ມີ 160 ຄຳ​ຊັກ​ຖາມ​ຂອງ ສສຊ ຝາກ​ໃຫ້​ນາຍົກລັດຖະມົນຕີ, ບັນດາ​ສະມາຊິກ​ລັດຖະບານ, ຫົວໜ້າ​ຂະ​ແໜງ​ການ.

    “ຄຳ​ຖາມ​ມີ​ຫຼາຍ, ບັນຫາ​ຊັກ​ຖາມ​ກໍ່​ກ້ວາງ​ຂວາງ. ​ໃນ​ນັ້ນ, ​ການ​ຕອບ​ຄຳ​ຊັກ​ຖາມ, ຈະ​ສຸມ​ໃສ່​ເຂົ້າ​ໃນ​ບາງ​ບັນຫາ​ຈຸດ​ສຸມ, ບົນ​ພື້ນຖານ​ຕັ້ງ​ຄຳ​ຖາມ, ຕອບ​ຄຳ​ຖາມ, ​ແກ້​ໄຂ, ​ໄຈ້​ແຍກ​ສາຍ​ເຫດ​ເພື່ອ​ສະຫລຸບ. ຖ້າ​ຫາກ​ຈຳ​ເປັນ, ສະພາ​ແຫ່ງ​ຊາດ​ຈະ​ປະກາດ​ໃຊ້​ມະຕິສຳລັບວຽກ​ງານ​ກ່ຽວຂ້ອງ​ເຖິງ ລັດຖະມົນຕີ, ຫົວໜ້າ​ຂະ​ແໜງ​ 4 ທ່ານ”

    ຈາກ​ນັ້ນ, ​ໃນ​ການ​ຕອບ​ຄຳ​ຊັກ​ຖາມ​ຂ​​ອງບັນດາ ສສຊ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ຂອງ​ຂະ​ແໜງ​ກະສິກຳ​ຄື: ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່, ຫັນປ່ຽນ​ທີ່ດິນ​ປູກ​ເຂົ້າທີ່​ມີ​ຄຸນ​ນະພາ​ບຕຳ່, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ.​.​.​

        ຕາມທ່ານ​ລັ​ດຖະມົນຕີ ກາວ​ດຶກ​ຟາດ ​ແລ້ວ, ​ໃນ​ການ​ຟື້ນ​ຟູ ລະດັບ​ພັດທະນາ​ຂະ​ແໜງ​ກະສິກຳ, ບົດບາດ​ຂອງ​ການວາງ​ແຜນ, ຫັນປ່ຽນ​ການ​ຜະລິດ​ເຂົ້າສານ​ແມ່ນ​ປັດ​ໄຈ​ສຳຄັນ.

        “ພວກ​ເຮົາ​ຕ້ອງ​ກວດກາ​ຄືນ​ເຂດ​ປູກ​ເຂົ້າ, ຄວນ​ສຸມ​ໃສ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ​ແມ່​ນ້ຳ​ແດງ​ເທົ່າ​ນັ້ນ. ບົນ​ຈິດ​ໃຈ​ນັ້ນ, ກະຊວງ​ໄດ້​ປະກາດ​ໃຊ້​ຈົດໝາຍ​ລັດຖະການ​ແນະນ​ຳກົນ​ໄກ​ຢ່າງລະອຽດ​ເພື່​ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ. ທີ 2 ​ແມ່ນ​ສືບ​ຕໍ່​ໜູນ​ຊ່ວຍ​ປະຊາຊົນ​ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ..​.​. ທີ 3 ​ແມ່ນ​ສືບ​ຕໍ່​ຊຸກຍູ້​ລະບົບ​ດຳ​ເນີນ​ທຸລະ​ກິດ​ເຂົ້າ​ສານ​ແບບ​ຍືນ​ຍົງ, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ. ທີ 4 ​ແມ່ນ​ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃໝ່… ”

ທ່ານ​ລັດຖະມົນຕີ ກາວ​ດຶກ​ຝາດ ​ໃຫ້​ຮູ້​ວ່າ: ທາງ​ກະຊວງ​ພວມ​ພ້ອມ​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ກະ​ສີ​ກຳ​ທ້ອງ​ຖີ່​ນ ປະຕິບັດ​ທົດ​ລອງ​ຮູບ​ແບບ​ທົ່ງ​ນາ​ໃຫຍ່ ດ້ວຍ​ຕົ້ນ​ໄມ້​ຫຼາຍ​ປະ​ເພດ ​ແລະ ຖ້າ​ຫາກ​ບັນລຸ​ປະສິດທິ​ຜົນ​ສູງຈະ​ຜັນ​ຂະຫຍາຍ​ໃນ​ເນື້ອ​ທີ່​ກວ້າງຂວາງ . ນອກຈາກ​ຫັນປ່ຽນ​ວິທີ​ການ​ຜະລິດ, ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີສູງ ​ໃນ​ການ​ຜະລິດ​ກະ​ສີ​ກຳ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ເພື່ອ​ຟື້ນ​ຟູ​ລະດັບ​ພັດທະນາ​ຂະ​ແໜງ​ກະ​ສີ​ກຳ. ທ່ານ​ລັດຖະມົນຕີ ກາວ​ດຶກ​ຝາດ, ​ໃຫ້​ຮູ້​ວ່າ:

ວາງ​ແຜນ​ກຳນົດ​ເຂດ​ກະ​ສີ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ. ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຜັນ​ຂະຫຍາຍ​ການ​ປະຕິບັດ ​ແລະ ຫວັງ​ວ່າ​ນີ້​ແມ່ນ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພັດທະນາ​ພື້ນຖານ​ກະ​ສີ​ກຳ​ຫວຽດນາມ​ໃນ​ປະຈຸ​ບັນ​ຢ່າງ​ແຮງ. ພວກ​ຂ້າພະ​ເຈົ້າ​ໄດ້​ພ້ອມ​ກັບ​ທ້ອງ​ຖີ່​ນຕ່າງໆ​ຄົ້ນ​ຄ້ວາ ​ເພື່ອ​ວາງ​ແຜນ​ພັດທະນາ​ບັນດາ​ເຂດ, ​ເຂດ​ອຸດສາຫະກຳ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ“.

​ແລະ ກໍ່​ໃນ​ການ​ຕອບ​ຄຳ​ຊັກ​ຖາມ, ທ່ານ​ລັດຖະມົນຕີ ກາວ​ດຶກ​ຝາດ ​ໄດ້​ຊີ້​ແຈ້ງ​ບາງ​ມາດ​ຕະການ​ໜູນ​ຊ່ວຍ​​ເພື່ອໃຫ້​ຊາວ​ກະ​ສີກ​ອນສາມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ລົງທຶນ​ກໍ່ສ້າງ​ຊົນນະບົດ​ໃໝ່...

ຂ່າວ/ບົດ​ອື່ນ