ສະພາ​ແຫ່ງ​ຊາດ​ປຶກສາ​ກ່ຽວ​ກັບ ​​ແຜນຮ່າງສື​ບຕໍ່ ປ່ຽນ​ໃໝ່ການເຄື່ອນໄຫວ

ສະພາ​ແຫ່ງ​ຊາດ​ປຶກສາ​ກ່ຽວ​ກັບ ​​ແຜນຮ່າງສື​ບຕໍ່ ປ່ຽນ​ໃໝ່ການເຄື່ອນໄຫວ - ảnh 1

ທ່ານ​ນາງ Le Thi Nga ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thai Nguyen

(ພາບ: tinmoi.vn)

(vovworld)- ​ຕອນ​ເຊົ້າວັນ​ທີ 4/6, ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບແຜນຮ່າງສື​ບຕໍ່ປ່ຽນ​ ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ບັນ​ດາ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ດີ​ກັບ​ເລື່ອງ​ສ້າງ ແຜນຮ່າງສື​ບຕໍ່ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອນ​ແນ​ໃສ່​ຕອບ​ສະໜອງ​ຄວາ​ມຮຽກຮ້ອງ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ ສັງຄົມ​ນິຍົມ​ຫວຽດນາມ ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ຮັບປະກັນ​ໃຫ້​ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການ​ມີສິດ​ອຳນາດ​ສູງ​ສຸດ​ຂອງ​ລັດ​ຢ່າງ​ແທ້​ຈິງ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເນັ້ນໜັກ​ວ່າ: ຕ້ອງ​ເພີ່ມ​ທະວີ​ການ​ເຄື​ອ່ນ​ໄຫວ​ຊັກ​ຖາມ​ໃນ​ວາລະ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ ​ແຫ່ງ​ຊາດ. ສຳລັບ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຄຳ​ເຫັນ​ສ່ວນ​ຫຼາຍ​ຖື​ວ່າ: ຕ້ອງ​ຈັດຕັ້ງຫຼາຍ​ຮູບ​ການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຄື: ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຫົວໜ່ວຍ​ເລືອກ​ຕັ້ງ, ຢູ່​ບ່ອນ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ບ່ອນ​ເຮັດ​ວຽກ, ພົບ​ປະ​ຕາມ​ຫົວ​ເລື່ອງ​ສະ​ເພາະ, ຂົງເຂດ, ​ເປົ້າໝາຍ, ຢູ່​ບໍລິ​ເວນ​ທີ່​ສະມາຊິກ​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ເອົາ​ໃຈ​ໃສ່…. ທ່ານ​ນາງ Le Thi Nga ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thai Nguyen ມີ​ຄຳ​ເຫັນ​ວ່າ: “ບັນຫາ ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແໜ່​ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ, ​ໃຫ້​ສັດຕະຍາບັນ​ນັ້ນ, ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ເລື່ອງ​ມອບ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ້າງ​ຮ່າງ ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ. ຕ້ອງ​ມີ​ສອງ​ຮູບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສາມັນ ​ແລະ ວິສາມັນ​ເມື່ອ​​ເກີດຜູ້​ມີ​ຕຳ​ແໜ່​ງລະ​​ເມີດ. ບັນດາ​ເປົ້າໝາຍຄວນ​ປ່ອນ​ບັດ​ຈະ​ແມ່ນ​ຕຳ​ແໜ່​ງລັດຖະມົນຕີ ຫຼື​ຕຳ​ແໜ່​ງທຽບ​ເທົ່າ​ຂຶ້ນ​ໄປ, ສ່ວນບັນດາ​ຕຳ​ແໜ່​ງທຽບ​ເທົ່າຮອງລັດຖະມົນຕີລົງມາ ຄວນ​ມອບ​ໃຫ້ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​  ຈັດຕັ້ງການ​ຮັບເອົາ​ຄຳ​ເຫັນ​ຂອງ​ສະພາ​ແຫ່ງ​ຊາດ

ສະພາ​ແຫ່ງ​ຊາດ​ປຶກສາ​ກ່ຽວ​ກັບ ​​ແຜນຮ່າງສື​ບຕໍ່ ປ່ຽນ​ໃໝ່ການເຄື່ອນໄຫວ - ảnh 2
ຕອນ​ບ່າຍວັນ​ທີ 4/6, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ)

 ແລະ​ກໍ​ໃນຕອນ​ບ່າຍວັນ​ທີ 4/6, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ). ນະ​ໂຍບາຍ​ພັດທະນາ​ການ​ພິມ​ຈຳໜ່າຍ, ການຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ, ຮູບ​ແບບ, ​ເປົ້າ​ໝາຍ​ໂຮງພິມ​ຈຳໜ່າຍ, ການ​ຮ່ວມ​ສຳພັນ​​ໃນ​ການພິມ​ຈຳໜ່າຍກັບ​ສາກົນ, ຈຳໜ່າຍສິ່ງ​ພິມ​.​..​ ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​​ທີ່​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ປຶກສາ​ຫາລື​. ສສຊ ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເຫັນພ້ອມ​ກັບເລື່ອງປະກາດ​ໃຊ້ ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ) ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ປັບປຸງ​ບັນດາ​ການ​ພົວພັນ​ທີ່ເກີດ​ຂຶ້ນ​​ໃໝ່ໃນ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຂົງ​ເຂດ​ພິມ​ຈຳໜ່າຍ​ສືບ​ຕໍ່​ພັດທະນາ, ຕອບ​ສະໜອງ​ໜ້າ​ທີ່​ກຳນົດ​ທິດ​ວັດທະນະທຳ - ​ແນວ​ຄິດ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ ​ເປັນ​ຢ່າງ​ດີ. ບາງ​ຄຳ​ເຫັນ​ສະ​ເໜີ​ວ່າ: ບໍ​ຄວນ​ຮັດ​​ແຄບ​​ເປົ້າ​ໝາຍ​ສ້າງ​ຕັ້ງ​ໂຮງພິມ​ຈຳໜ່າຍ ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງກຳລັງ​ໃນ​ສັງຄົມ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ພິມ​ຈຳໜ່າຍ. ທ່ານ Nguyen Van Rinh, ສສຊ ​ແຂວງ ຫາຍ​ເຢືອງ ມີ​ຄຳ​ເຫັນ​ວ່າ:

“ຂ້າພະ​ເຈົ້າ​ຍັງ​ເປັນ​ຫ່ວງກັງວົນ ຕໍ່​ການ​ຄຸ້ມ​ຄອງ​ລັດ, ຕ້ອງ​ເຮັດ​​ແຈ້ງ​ບັນດາ​ອົງການ​ຄຸ້​ມຄອງ ​ແລະ ​ເນື້ອ​ໃນ​ການ​ຄຸ້ມ​ຄອງ ​ແລະ ​ເພີ່ມ​ທະວີ​ກຳລັງ​ແຮງ​​ໃນການ​ຄຸ້ມ​ຄອງ​ລັດ​​ໃຫ້ມີ​ປະສິດທິ​ຜົນ​ກ່ວາ​ອີກ. ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ ​ໄດ້​ຊີ້​ແຈ້ງວ່າ: ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ, ບັນດາ​ກະຊວງ, ​ອົງການ​ທຽບ​ເທົ່າ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ ຮັບຜິດຊອບ​ການ​ພິມ​ຈຳໜ່າຍ​ຕາມ​ການ​​ແບ່ງ​ຂັ້ນ​ຂອງ​ລັດຖະບານ, ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ຕ້ອງ​ຊີ້​ແຈງ​ຢ່າງ​ລະອຽດວ່າ: ​ແຂວງ​ຮັບຜິດຊອບ​ຄຸ້ມ​ຄອງ​ຂົງ​ເຂດໃດ, ກະຊວງ, ​ອົງການ​ທຽບ​ເທົ່າ​ກະຊວງ​ຄຸ້ມ​ຄອງ​ຂົງ​ເຂດໃດ ​ເພື່ອ​ຫຼີກ​ເວັ້ນ​ການ​ຄຸ້ມ​ຄອງ​ຊ້ຳກັນ, ​ພາ​ໄປ​ເຖິງ​ເລື່ອງຫຼາຍ​ອົງການຄຸ້ມ​ຄອງສິ່ງ​ພິມ​ດຽວ​ກັນ .”

ຂ່າວ/ບົດ​ອື່ນ