ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫລື​ນະ​ໂຍ​ບາຍ​ພິ​ເສດສ​ະ​ເພາະ ໃຫ້​ແກ່ ເງະ​ອານ ແລະ ດ່າ​ນັ້ງ

(VOVWORLD) - ຕາມຮ່າງມະຕິທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ, ນະຄອນດ່ານັ້ງ ໄດ້ສະເໜີ 30 ນະໂຍບາຍພິເສດເພື່ອແນໃສ່ແກ້ໄຂ ບັນດາຈຸດອຸດຕັນ ກ່ຽວກັບລະບອບລະບຽບການ, ສ້າງຄວາມສະດວກດຶງດູດການລົງທຶນ.
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫລື​ນະ​ໂຍ​ບາຍ​ພິ​ເສດສ​ະ​ເພາະ ໃຫ້​ແກ່ ເງະ​ອານ ແລະ ດ່າ​ນັ້ງ - ảnh 1ກອງປະຊຸມສະໄໝສະໝັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ພາບ: TTXVN)

ໂດຍສືບຕໍ່ກອງປະຊຸມສະໄໝສະໝັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 31 ພຶດສະພາ, ສະພາແຫ່ງຊາດໄດ້ຮັບຟັງການອະຟິປາຍ ແລະ ບົດລາຍງານການກວດກາ ຮ່າງມະຕິສະບັບປັບປຸງ, ເພີ່ມເຕີມ ມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງຈັດຕັ້ງຮູບແບບອຳນາດການປົກຄອງຕົວເມືອງ ແລະ ບາງກົນໄກ, ນະໂຍບາຍພິເສດ ພັດທະນານະຄອນ ດ່ານັ້ງ, ການອະພິປາຍ ແລະ ບົດລາຍງານ ການສືບສວນຮ່າງມະຕິກ່ຽວກັບການທົດລອງເພີ່ມເຕີມບາງກົນໄກ, ນະໂຍບາຍພິເສດສະເພາະ ໃນການພັດທະນາແຂວງ ເງະອານ

ຕາມຮ່າງມະຕິທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ, ນະຄອນດ່ານັ້ງ ໄດ້ສະເໜີ 30 ນະໂຍບາຍພິເສດເພື່ອແນໃສ່ແກ້ໄຂ ບັນດາຈຸດອຸດຕັນ ກ່ຽວກັບລະບອບລະບຽບການ, ສ້າງຄວາມສະດວກດຶງດູດການລົງທຶນ. ຕາມນັ້ນ, ທາງນະຄອນ ກໍ່ໄດ້ທົດລອງຈັດຕັ້ງການປະມູນເລືອກເອົານັກລົງທຶນ, ທົດລອງບັນດາແຜນການລົງທຶນຕາມວິທີການຄູ່ຮ່ວມມື ພາກລັດ - ພາກເອກະຊົນ ໃນຂົງເຂດກິລາ ແລະ ວັດທະນະທຳ, ພື້ນຖານໂຄງລ່າງການຄ້າ.

ສຳລັບເງະອານ, ບັນດາ ສະມາຊິກສະພາແຫ່ງຊາດ ຖືວ່າ ເລື່ອງປະກາດໃຊ້ມະຕິກ່ຽວກັບການທົດລອງ ເພີ່ມເຕີມບາງກົນໄກ, ນະໂຍບາຍພິເສດສະເພາະ ກ່ຽວກັບການພັດທະນາແຂວງ ເງະອານ ແມ່ນມີຄວາມຈຳເປັນ. ຮ່າງມະຕິໄດ້ຍົກອອກ 5 ກຸ່ມນະໂຍບາຍກ່ຽວກັບການຄຸ້ມຄອງການເງິນ - ງົບປະມານແຫ່ງລັດ, ຄຸ້ມຄອງຕົວເມືອງ, ຊັບພະຍາກອນມະນຸດ ແລະ ສິ່ງແວດລ້ອມ; ການຄຸ້ມຄອງການລົງທຶນ, ພັດທະນາເສດຖະກິດທະເລ, ການຈັດຕັ້ງກົງຈັກ ແລະ ລັດຖະກອນ.

ຕອບກັບ

ຂ່າວ/ບົດ​ອື່ນ