ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄລ​ຍະ 2021 – 2030

(VOVWORLD) - ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງການອະທິບາຍ ໃບສະເໜີ ແລະ ບົດລາຍງານຕີລາຄາຄຸນນະພາບຮ່າງກົດໝາຍການວາງແຜນຜັງຕົວເມືອງ ແລະ ການວາງແຜນຜັງຊົນນະບົດ.
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄລ​ຍະ 2021 – 2030 - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 20 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບການ ວາງແຜນຜັງນະຄອນຫຼວງຮ່າໂນ້ຍ ໄລຍະ 2021 – 2030, ວິໄສທັດ ຮອດປີ 2050; ຮ່າງປັບປຸງສັງລວມການວາງແຜນຜັງລວມນະຄອນຮ່າໂນ້ຍຮອດປີ 2045, ວິໄສທັດຮອດປີ 2065, ຫຼັງຈາກນັ້ນ, ສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ເປັນກຸ່ມ ກ່ຽວກັບຮ່າງກົດໝາຍ ສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊື່ອ.

ຕອນບ່າຍ, ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ ເພື່ອຮັບຟັງການອະທິບາຍ ໃບສະເໜີ ແລະ ບົດລາຍງານຕີລາຄາຄຸນນະພາບຮ່າງກົດໝາຍການວາງແຜນຜັງຕົວເມືອງ ແລະ ການວາງແຜນຜັງຊົນນະບົດ; ການອະທິບາຍໃບສະເໜີ ແລະ ບົດລາຍງານຕີລາຄາຄຸນນະພາບ ຮ່າງກົດໝາຍວ່າດ້ວຍທໍລະນີສາດ ແລະ ບໍ່ແຮ່.

ຕອບກັບ

ຂ່າວ/ບົດ​ອື່ນ