ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ

(VOVWORLD) -ໂດຍສືບຕໍ່ກອງປະຊຸມສະໄໝສະມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIV, ຕອນເຊົ້າວັນທີ 25 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານ, ຮັບເອົາ, ດັດແກ້ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍນີ້.
ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ - ảnh 1 ທ່ານ ຫງວຽນແຮັ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ (ພາບ: quochoi.vn)

        ທີ່ກອງປະຊຸມສະໄໝສະມັນເທື່ອທີ 7 ໃນເດືອນພຶດສະພາ 2019, ສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງ ທ້ອງຖິ່ນ. ປຶກສາຫາລືຢູ່ ຫໍປະຊຸມ, ສ່ວນຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດແມ່ນເຫັນດີກັບຂອບເຂດການປັບປຸງ, ເພີ່ມເຕີມຂອງຮ່າງກົດໝາຍ.

        ທ່ານ ຫງວຽນແຮັ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີ ພຽງແຕ່ ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ ວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂັ້ນທ້ອງຖິ່ນ, ສຸມໃສ່ເຂົ້າບັນຫາເຮັດໃຫ້ກົງຈັກກະທັດຮັດ, ຍູ້ແຮງການແບ່ງສິດອຳນາດ, ແບ່ງຂັ້ນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ການ ກວດກາຄືນໃໝ່ບົດບາດໜ້າທີ່, ສິດອຳນາດຂອງ ບາງອົງການບໍລິຫານຂອງລັດ. ທ່ານກ່າວວ່າ

        ຮ່າງກົດໝາຍໂດຍລັດຖະບານຍື່ນສະເໜີນັ້ນຍັງບໍ່ໄດ້ກຳນົດວັນເວລາກ່ຽວກັບຜົນສັກສິດໃນການປະຕິບັດກົດໝາຍ. ເພື່ອຮັບປະກັນໄດ້ລັກສະນະຄົບຊຸດ, ມີຄວາມເປັນເອກະພາບກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ ກຳນົດວັນເວລາທີ່ກົດໝາຍດັ່ງກ່າວມີຜົນສັກສິດແມ່ນແຕ່ວັນທີ 1 ມິຖຸນາ 2021 ເພື່ອເລີ່ມຜັນຂະຫຍາຍແຕ່ອາຍຸການຂອງລັດຖະບານຊຸດທີ XV ແລະ ສະພາປະຊາຊົນອາຍຸການ (2021 - 2026).

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະຟິປາຍ, ຮັບເອົາຄໍາເຫັນ, ດັດແກ້ ແລະ ປຶກສາຫາລືຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ