ສະພາແຫ່ງຊາດປຶກສາຫາລືການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2011

ສະພາແຫ່ງຊາດປຶກສາຫາລືການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2011 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) -  ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊ​ົ້າວັນ​ທີ 25/05, ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ ​ເພື່ອ​ຮັບ​ຟັງ​​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ກວດກາ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີ່​ມມາດ​ຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ; ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ເຈລະຈາ​ລົງ​ນາມ​​ໃນຂໍ້​ຕົກລົງ​ຂັ້ນ​ລັດຖະບານ ​​ໃນ​ການແກ້​ໄຂ​ບັນດາຊາວ​ອົບ​ພະ​ຍົບຢ່າງ​ເສລີ ​ແລະ ການ​ສົມ​ລົດ​ໂດຍ​ບໍ່​ຈົດ​ທະບຽນໃນ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບການ​ສະຫລຸບ​ຂາ​ດຕົວງົບປະມານ​ແຫ່ງ​ລັດ​ປີ 2011 ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ສະບັບ​ປັບປຸງ).

        ​ເມື່ອປຶກສາ​ຫາລື​ກ່ຽວ​ກັບ​ສະຫລຸບຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ປີ 2011, ມີ​ຫຼາຍ​ຄຳ​ເຫັນ​​ໄດ້ຍົກ​ອອກ​ຈຸດ​ດີ ກໍ​ຄື​ຈຸດ​ທີ່​ຄົງ​ຄ້າງໃນ​ວຽກ​ງານ​ຄຸ້ມ​ຄອງ, ບໍລິຫານ​ງົບປະມານ ​ແລະ ສະຫລຸບ​ຂາດ​ຕົວງົບປະມານ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຖື​ວ່າ ຍັງ​ມີ​ຂໍ້ຄົງ​ຄ້າງຈຳນວນ​ໜຶ່ງ​​ໃນ​ວຽກ​ງານ​ຄຸ້ມ​ຄອງ, ບໍລິຫານ​ງົບປະມານ​ແຫ່ງ​ລັດ​ບໍ່​ທັນ​​​ໄດ້​ຮັບ​ການແກ້​ໄຂ​ຢ່າງ​ເຖິງຖອງ. ວຽກ​ງານ​ຄາດ​ຄະ​ເນ​ຍັງ​ບໍ່​ທັນ​ໄດ້​ດີ ​ອັນ​ໄດ້​ສົ່ງ​ຜົນ​ທະ​ທ້ອນ​ເຖິງ​ການວາງ​ແຜນ​ງົບປະມານ. ​ການຊີ້​ນຳ​ບໍລິຫານ​ງົບປະມານ, ການຈັດ​ແບ​່ງງົບປະມານ​ແຫ່ງ​ລັດ​ຍັງ​ມີຂໍ້ຄົງ​ຄ້າງຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ...

        ກ່ຽວ​ກັບ​ລາຍ​ຈ່າຍ​ງົບປະມານ, ຕາມສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ແລ້ວ, ລາຍ​ຈ່າຍງົບປະມານ​ສຳລັບ​ຂົງ​ເຂດ​ວັດທະນະທຳ, ສັງຄົມ​ບໍ່ບັນລຸ​ໄດ້​ຕາມແຜນການທີ່​ໄດ້​ວາງ​ອອກ. ມີ​ບາງຄວາມ​ເຫັນ​ສະ​ເໜີວ່າ ຕ້ອງ​​ໄຈ້​ແຍກຕື່ມ​ອີກ​ກ່ຽວ​ກັບດ້ານນະ​ໂຍບາຍ​ການ​ເງິນມີ​ການ​ກະທົບ​ຄື​ແນວ​ໃດ​ເຖິງ​ເສດຖະກິດ​ສັງຄົມ​ນັບທັງ​​ໃນໄລຍະ​ກາງ ​ແລະ ​ໄລຍະ​ຍາວ.
ຂ່າວ/ບົດ​ອື່ນ