ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ  - ảnh 1

ທ່ານ Vu Xuan Truong ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Nam Dinh

(ພາບ:baonamdinh.com.vn)

(vovworld) - ວັນ​ທີ 9/11, ສະມາ​ຊິດ​ສະພາ​ແຫ່ງ​ຊາດ (ສສຊ) ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13 ​ໄດ້​ປຶກສາ​ຫາລືຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) . ບັນດາ ສສຊ ​ເນັ້ນ​ໜັກ​ວ່າ ຢາກ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ, ​ເປີດ​ເຜີ​ຍ, ​ໂປ່​ງ​ໃສ. ດັ່ງ​ນັ້ນ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) ຄັ້ງ​ນີ້​ ຈຶ່ງ​ສຸມ​ໃສ່​ປັບປຸງ, ​ເພີ່ມ​ເຕີມ​ຂໍ້​ກຳນົດ​ກ່ຽວ​ກັບ​ກາດ​ເປີດ​ເຜີຍ​ຜົນ​ຂອງ​ການ​ແຈ້ງ​ຊັບ​ສົມບັດ, ລາຍ​ຮັບ​ຢູ່​ບ່ອນ​ເຮັດ​ວຽກ ​ແລະ ບ່ອນຢູ່​ອາ​ໄສຂອງ​ພະນັກງານ​ສະມາຊິກ​ພັກ, ລັດຖະກອນ, ພາລະ​ກອນ. ຕາມ​ທ່ານ Bui Manh Hung, ສສຊ ​ແຂວງບິ່ງ​ເຟືອ​ກ ​ແລ້ວ, ​ເພື່ອ​ເຮັດ​ໃຫ້​ກົດໝາຍ​ຮັບ​ໃຊ້ຢ່າງ​ຕັ້ງໜ້າ​ໃນ​ຊີວິດ, ການ​ຕິດຕາມ​ກວດກາ​ຂອງ​ໝູ່​ມະຫາຊົນ​ ​ແລະ ສື່​ມວນ​ຊົນ​ແມ່ນ​ຂາດ​ບໍ່​ໄດ້.

        ”ພຶດຕິ​ກຳ​ຕົວ​ຈິງ​ໄດ້​ຢືນຢັນ​ວ່າ, ໝູ່​ມະຫາຊົນ​ ​ແລະ ສື່​ມວນ​ຊົນ​ແມ່ນ​ຜູ້​ຊ່ວຍ​ຢ່າງ​ໄດ້​ການ​ໄດ້​ງານ​ໃນ​ການ​ຄົ້ນ​ພົບ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ ​ແລະ ກໍ່​ຍ້ອນ​ມີ​ຫາງ​ສຽງ, ໝູ່​ມະຫາຊົນ​ ​ແລະ ສື່​ມວນ​ຊົນນັ້ນ​ເອງ​ໄດ້​ສ້າງ​ກຳລັງ​ດັນ ​ເພື່ອ​ໃຫ້​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ​ໄດ້ຮັບການ​ປະຕິບັດຢ່າງ​ຕັ້ງໜ້າ. ​ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງໝູ່​ມະຫາຊົນ​ ​ແລະ ສື່​ມວນ​ຊົນ, ຕ້ອງ​ມີ​ກົນ​ໄກ​ປົກ​ປ້ອງ​ຜູ້​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຊົມ​ເຊີຍ​ປະຊາຊົນ ກໍ່​ຄື​ນັກ​ຂ່າວ​ທີ່​ເຮັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ດີ”

   ​ເນື້ອ​ໃນ​ສຳຄັນ​ອື່ນ​ອີກ​ຂອງກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) ຄັ້ງນີ້​ແມ່ນ​ເຮັດ​ແຈ້ງ​ການ​ພົວພັນ​ລະຫວ່າງ​ຄະນະ​ຊີ້​ນຳການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງສູນ​ກາງ ກັບ​ບັນດາ​ອົງການ​ມີ​ໜ້າທີ່​ຮັບຜິດຊອບ​ຂອງ​ລັດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ໃນການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ Vu Xuan Truong ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Nam Dinh ປະກອບ​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ກັບ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ເລື່ອງ​ອົງການ​ຊີ້​ນຳ​ກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂຶ້ນ​ກັບ​ກົ​ມການ​ເມືອງ, ຄະນະ​ການ​ເມືອງ​ພາຍ​ໃນ​ຂັ້ນຕ່າງໆ. ທີ​ສອງ, ບັນດາ​ອົງການ​ປະຕິບັດ​ຊື່​ງລວມມີ​ອົງການ​ກວດກາ​ລັດຖະບານ, ອົງການ​ກວດ​ສອບ​​ແຫ່ງລັດ, ອົງການ​ສືບສວນ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ກະຊວງ​ຕຳຫຼວດ ຫລື​ກະຊວງ​ປ້ອງ​ກັນ​ປະ​ເທດ, ອົງການ​ໄອ​ຍະ​ການ​ປະຊາຊົນ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ອົງການ​ກວດກາ, ກວດ​ສອບ​ຕ້ອງ​ສົ່ງ​ຂໍ້​ສະຫລຸບ​ການ​ກວດກາ, ກວດ​ສອບ​ພາຍຫຼັງ​ການ​ກວດກາ, ກວດ​ສອບ​ເຖິງ​ຄະນະ​ຊີ້​ນຳ ​ແລະ ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

 

ຂ່າວ/ບົດ​ອື່ນ