ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທະນາຍຄວາມ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທະນາຍຄວາມ - ảnh 1

(ພາບ:thanhnien.com.vn)

(VOV)- ຕອນ​ເຊົ້າວັນ​ທີ 23/10, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ທະນາຍ​ຄວາມ. ພາຍຫຼັງ​ໄດ້​ປະຕິບັດ​ມາ​ເປັນ​ເວລາ 5 ປີ, ກົດໝາຍ​ວ່າ​ດ້ວຍ​ທະນາຍ​ຄວາມ​ໄດ້​ເຂົ້າສູ່​ຊີວິດ​ຢ່າງ​ແທ້​ຈິງ ​ແລະ ນຳ​ມາ​ເຊິ່ງໝາກຜົນ​ຫຼາຍ​ຢ່າງ, ມີ​ບັນດາ​ຂໍ້​ກຳນົດ​ສອດ​ຄ່ອງ​ກັບ​ທຳນຽມ​ການ​ດຳ​ເນີນ​ອາຊີບ​ທະນາຍຄວາມ​ສາກົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຳນວນ​ທະນາຍຄວາມ​​ໃນ​ປະຈຸ​ບັນ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ນັບ​ມື້​ນັບ​ສູງ​ຂຶ້ນ​ຂອງ​ສັງຄົມ​ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິ​ຮູບ​ດ້ານ​ຕຸລາການເທື່ອ. ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບທະນາຍຄວາມ, ບາງ​ຂໍ້ກຳນົດ​ໄດ້​ຮັບ​ການສະ​ເໜີ​ປັບປຸງ​ໃນຮ່າງ​ກົດໝາຍ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ທະນາຍ​ຄວາມ. ທ່ານ Bui Manh Hung ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Binh Phuoc ​ເຫັນ​ດີ​ຕໍ່​ເລື່ອງຮັບອະນຸຍາດ​ໃຫ້ດຳ​​ລັດຖະກອນ​ເຂົ້າຮ່ວມ​ການ​ສິດສອນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ກົດໝາຍ​ໄດ້​ເນີນ​ອາຊີບ​ທະນາຍຄວາມ:

   “ບັນດາ​ຄູ​ອາຈານ​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ແມ່​ນຜູ້​ທີ່​ເກັ່ງ, ຖ້າ​ບໍ່​ອະນຸຍາດ​ໃຫ້​​ແຫຼ່ງກຳລັງ​ນີ້​ດຳ​ເນີນ​ອາຊີບ​ທະນາຍຄວາມ​ແມ່ນ​ຈະ​​ເສຍ​ພູມ​ປັນຍາ​ລ້າໆໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ. ດ້ານ​ອື່ນ​ອີກ, ການ​ກີດຂວາງນີ້​ກໍ່​ຈະ​ຈຳກັດ ​ແລະ ບໍ່​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​​ໃຫ້​ພາກທິດ​ສະ​ດີຕິດ​ພັນພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ສິດສອນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ກົ​ດໝາຍ ​ແລະ ສົ່ງຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ​ທະນາຍຄວາມ

 

ຂ່າວ/ບົດ​ອື່ນ