ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 1

(ພາບ:ອິນເຕີແນັດ)

(VOV)- ວັນ​ທີ 19/11, ​ໂດຍ​ໄດ້​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມກ່ຽວ​ກັບຮ່າ​ງກົດໝາຍວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ບັນດາ ສສຊ ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຕໍ່ຮ່າ​ງກົດໝາຍວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ຊື່​ງ​ກຳນົດ​ວ່າ​ທີ່​ດິນ​ຂຶ້ນ​ກັບ​ກຳມະສິດ​ທົ່ວ​ປວງ​ຊົນ ​ໂດຍ​ລັດ​ເປັນ​ຜູ້ຕາງໜ້າ​ເຈົ້າຂອງ​ກຳມະສິດ,​ ສູ້​ຊົນ​ໃນ​ປີ 2013 ຈະ​ສະໜອງ​ໃບ​ຕາດິນ​ໃຫ້​ແກ່​ຜູ້ນຳ​ໃຊ້​ທີ່​ດິນ​ສຳເລັດ. ກ່ຽວ​ກັບການ​ຊົດເຊີຍ​ເມື່ອ​ຖອນ​ທີ່​ດິນ​ຄືນຕ້ອງ​ຮັບປະກັນ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ພາວະ​ວິ​ໄສ, ຍຸດຕິ​ທຳ, ຕິດ​ແທດ​ກັບ​ສະພາບຕົວ​ຈິງ. ທ່ານ Tran Ngoc Vinh  ສສຊ ນະຄອນ​ຫາຍ​ຟອງ ​ເນັ້ນໜັກ​ວ່າ:

    “ກ່ຽວ​ກັບ​ການ​ຊົ​ດ​ເຊີຍ, ໜູນ​ຊ່ວຍ, ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ເມື່ອ​ລັດ​ຖອນ​ທີ່​ດິນຄືນ​, ຕາມ​ຂ້າພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ສາຍ​ເຫດພາ​ໄປ​ເຖິງ​ສະພາບ​ການ​ຟ້ອງ​ຮ້ອງ​ທີ່​ດິນ​ນັບ​ມື້​ນັບ​​ເພີ່ມ​ຂຶ້ນ. ສະນັ້ນຕ້ອງ​ປັບປຸງ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຊົດ​ເຊີຍ, ໜູນ​ຊ່ວຍ​ການ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ຢ່າງຮອບດ້ານ​ເມື່ອ​ລັດ​ໄດ້​ຖອນ​ທີ່​ດິນຄືນ​. ຂ້າພະ​ເຈົ້າສະ​ເໜີ​ໃຫ້ລັດ​ໜູນ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ຕື່ມ​ອີກ​ເພື່ອ​ໃຫ້​ຜູ້​ຖືກ​ຖອນ​ທີ່​ດິນ​ຄືນ​ສ້າງ​ຊີວິດ​ຢູ່​ບ່ອນໃໝ່​ເປັນ​ປົກກະຕິ​ໂດຍ​ໄວ. ທີ​ສອງ​ແມ່ນຍົກ​ລະດັບ​ຊົດ​ເຊີຍ​ໃຫ້​ແກ່​ຊາວ​ກະສິກອນ​ຖືກ​ຖອນ​ທີ່​ດິນ​ກະສິກຳຄືນ​, ພ້ອມ​ກັນນັ້ນລັດ​ຕ້ອງ​ບຳລຸງ​ສ້າງວິຊາ​ຊີບ​ເພື່ອ​ຫັນປ່ຽນ​ອາຊີບ​ໃຫ້​ແກ່​ຊາວ​ກະສິກອນ​ພາຍຫຼັງ​ຖືກ​ຖອນ​ທີ່​ດິນຄືນ​, ຄົ້ນຄ້ວາ​ແ​ກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວກະສິກອນ​ຖືກ​ຖອນ​ທີ່​ດິນ​ຄືນ

ບາງ​ຄຳ​ເຫັນ​ຖື​ວ່າ, ການ​ນຳ​ໃຊ້​ທີ່​ດິນ​ຢູ່​ຫຼາຍ​ແຫ່ງ​ຍັງ​ຟູມ​ເຟືອຍ​ຢູ່, ປະສິດທິ​ຜົນ​ຍັງຕໍ່; ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ໃນ​ຂົງ​ເຂດ​ນີ້​ຍັງ​ຫຼາຍ​ຢູ່. ທ່ານ​ນາງ Nguyen Thanh Hai ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຮ່ວາ​ບິ່ງ, ປະກອບ​ຄຳ​ເຫັນ​ວ່າ:

ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 2
(ພາບ:ອິນເຕີແນັດ)

”ຂ້າພະ​ເຈົ້າ​ສະ​ເໜີ​ວ່າ, ຮ່າງ​ກົດໝາຍ​ຄວນ​ເພີ່ມ​​ເຕີ່​ມ​ກ່ຽວ​ກັບການ​ປ່ຽນ​ໃໝ່​ໂດຍ​ພື້ນຖານສຳ​ຫຼັບ​ຂັ້ນ​ຕອນ ​ແລະ ການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ນັກວິ​ທະ​ຍາ​ສາດ, ບັນດາ​ຜູ້​ຊ່ຽວຊານ ​ແລະ ມະຫາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​​ໃນ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ. ພ້ອມ​ນັ້ນ​ຄວນ​ກຳນົດ​ຕື່ມ​ໃນ​ຮ່າງ​ກົດໝາຍ​ ກ່ຽວ​ກັບ​ຄູນ​ຄ່າ​ດ້ານ​ກົດໝາຍ​ຂອງ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກປະຊາຊົນ​ ກໍ່​ຄື​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບ​ເອົາ​ຄຳ​ເຫັນ, ການ​ອະທິບາຍ​ຕໍ່​ປະຊາຊົນ​ກ່ຽວ​ກັບ​ການ​ສ້າງ​ແຜນ​ກຳນົດ, ​ແຜນການ​ນຳ​ໃຊ້​ທີ່​ດິນ​ຂອງ​ອົງການ​ຮຽບຮຽງ​ກົດໝາຍ. ຄວນ​ກຳນົດ​ກົນ​ໄກ​​ເຈລະຈາ, ​ການແລກປ່ຽນ​ເປັນ​ປະຈຳ​ລະຫວ່າງ​ອົງການ​ຮຽບຮຽງ​ກົດໝາຍ ກັບ​ຜູ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ດ້ານ​ກົດໝາຍ​ໃນ​ຂົງ​ເຂດ​ທີ່​ດິນ”

 


ຂ່າວ/ບົດ​ອື່ນ