ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ)

(VOVWORLD) -ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຄວນຮັບຮູ້ຮູບເງົາພາຍໃຕ້ມູມມອງທັງແມ່ນຂະແໜງສິລະປະທີ່ມີຫົວຄິດປະດິດສ້າງ, ທັງແມ່ນຂະແໜງເສດຖະກິດ.
ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ
(ພາບ: TTXVN)

ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີຂຶ້ນລາຍງານໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ).

        ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຄວນຮັບຮູ້ຮູບເງົາພາຍໃຕ້ມູມມອງທັງແມ່ນຂະແໜງສິລະປະທີ່ມີຫົວຄິດປະດິດສ້າງ, ທັງແມ່ນຂະແໜງເສດຖະກິດ. ບັນຫາຮູບເງົາແຜ່ຫຼາຍໃນອິນເຕີແນັດໄດ້ຮັບຄວາມສົນໃຈຈາກສະມາຊິກສະພາແຫ່ງຊາດຫຼາຍທ່ານ. ທ່ານນາງ ຫງວຽນທິກິມແອັງ, ສະມາຊິກສະພາແຫ່ງຊາດແຂວງ ບັກນິງ, ສະເໜີວ່າ:

        “ໃນຕົວຈິງຮູບເງົາໃນອິນເຕີແນັດແມ່ນມີຫຼາຍເປັນສິບ, ເປັນຮ້ອຍເລື່ອງຕໍ່ວັນ ເຮັດໃຫ້ເກີນຄວາມສາມາດໃຫ້ແກ່ສະພາປະເມີນຜົນ. ໜ້າທີ່ຄວາມຮັບຜິດຊອບຂອງສະພາປະເມີນຜົນແມ່ນສະເໜີໃຫ້ກຳນົດໜ້າທີ່ຄວາມຮັບຜິດຊອບຂອງສ່ວນບຸກຄົນ, ນັກຄຸ້ມຄອງໃຫ້ຈະແຈ້ງ. ສ່ວນສະພາປະເມີນຜົນມີແຕ່ຮັບຜິດຊອບລວມ.”

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມກັບຄວາມຈຳເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການແຂ່ງຂັນຍ້ອງຍໍ.

ຕອນບ່າຍ, ສະພາແຫ່ງຊາດໄດ້ປຶກສາຫາລືແບບທາງໄກ ກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ.

ໂດຍສືບຕໍ່ລາຍການເຮັດວຽກ, ວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານກ່ຽວກັບການເຄື່ອນໄຫວຍຸຕິທຳປີ 2021, ບົດລາຍງານກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການກະທຳລະເມີດກົດໝາຍປີ 2021, ບົດລາຍງານວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2021…

ຕອບກັບ

ຂ່າວ/ບົດ​ອື່ນ