ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປັບປຸງລັດຖະທຳມະນູນ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປັບປຸງລັດຖະທຳມະນູນ - ảnh 1
(ລັດຖະທຳ​ມະນູນປີ 1992)

(vovworld) -     ​ໂດຍ​ສືບ​ຕໍ່​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 15/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ ຂອງ​ລັດຖະທຳ​ມະນູນປີ 1992; ຮ່າງ​​ມະຕິ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ ຂອງ​ລັດຖະທຳ​ມະນູນປີ 1992. ລັດຖະທຳ​ມະນູນຂອງ ສສ ຫວຽດນາມ ​ແມ່ນ​ເອກະສານ​ດ້ານ​ກົດໝາຍ​ມີ​ຄວາມ​ສັກສິດ​ສູງ​ສຸດ​ໃນ​ລະບົບ​ກົດໝາຍຂ​ອງ​ຫວຽດນາມ. ​ລັດຖະທຳ​ມະນູນພວມ​ມີ​ຜົນ​ສັກສິດ​ແມ່ນ​ສະບັບປີ 1992, ​ເຊິ່ງໄດ້​ຮັບ​ການ​ຮັບຮອງ​ເອົາຈາກກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 8 ​ ​ແລະ ປະຈຸ​ບັນ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​​ແທດເໝາະ​​ກັບ​ສະພາບ​ການ​ໃໝ່​ຂອງ​ປະ​ເທດ​ຊາດ.

ກ່ຽວ​ກັບ​ລະບອບ​ການ​ເມືອງ, ຮ່າງ​ລັດຖະທຳ​ມະນູນສະບັບປັບປຸງ​ ​ໄດ້​ຢືນຢັນ​ການ​ນຳພາ​ຢ່າງຮອບດ້ານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທີ່​ມີ​ຕໍ່​ລັດ ​ແລະ ສັງຄົມ ​ເຊິ່ງປະຊາຊົນ​ໂດຍ​​ຜູ້​ຕາງໜ້າ​ສູງ​ສຸດ​ແມ່ນ​ສະພາ​ແຫ່ງ​ຊາດ​ຮັບ​ຮອງ ​ແລະ ຈົດ​​ເຂົ້າ​ລັດຖະທຳ​ມະນູນ. ລັດ​ຫວຽດນາມ ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ຮ່າງ​​​ລັດຖະທຳ​ມະນູນສະບັບ​ປັບປຸງ ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ປັດ​ໃຈມະນຸດ, ຮັບປະກັນ​ການປະຕິບັດ​ສິດ​ເສລີ​ຂອງ​ມະນຸດ, ສິດ​ເສລີ​ໃນ​ການ​​ເຫຼື້ອມ​ໄສສາສະໜາ. ສຳ​ລັບ​ທາດ​​​ແທ້​ຂອງ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດຊາດ, ຮ່າງ​​ລັດຖະທຳ​ມະນູນສະບັບ​ປັບປຸງ ຄັ້ງ​ນີ້​ແມ່ນ​ສືບ​ຕໍ່​ກໍ່ສ້າງ ​ແລະ ສຳ​ເລັດ​ລະບົບ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດຕາມກຳນົດ​ທິດ​ສັງຄົມ​ນິຍົມ, ​ໃນ​ນັ້ນ​ເສດຖະກິດ​ແຫ່ງ​ລັດ​ມີ​ບົດບາດ​ສຳຄັນ. ​ເພີ່ມ​ສິດ​ໃຫ້​ແກ່​ທ່ານ​ປະທານ​ປະ​ເທດ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ຮ່າງ​​​ລັດຖະທຳ​ມະນູນ. ຕາມ​ທ່ານ Trieu La Pham, ສສຊ ​ແຂວງ​ຮ່າ​ຢາງ ​ແລ້ວ, ​ໃນ​ສະພາບການປະຈຸ​ບັນ, ຮ່າງ​​​ລັດຖະທຳ​ມະນູນສະບັບປັບປຸງຄັ້ງ​ນີ້​ແມ່ນ​ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ທ່ານ Trieu La Pham ກ່າວວ່າ.

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ​ເພີ່ມ​ເຕີມ​ຂໍ້​ມາດຕາ​ຕ່າງຫາກ ​ເພື່ອ​ກຳນົດ​ຊັບພະຍາກອນ​ທະ​​ເລ, ໝູ່​ເກາະ ​ເພາະ ຫວຽດນາມ​ ແມ່ນ​ປະ​ເທດມີ​ທະ​ເລກວ້າງ​ໃຫຍ່, ມີ​ຊັບພະຍາກອນ​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ສີ ດ້ວຍ​ປະລິມານ​ທີ່​ໃຫຍ່ຫຼວງ, ສາມາດໃຫ້​ການພັດທະນາ​ຫຼາຍ​ຂົງ​ເຂດ​ທີ່​ສຳຄັນ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້ແກ່​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ. ລັດຖະທຳ​ມະນຸ​ນ ​ແລະ ກົດໝາຍ ຕ້ອງ​ໄດ້​ຮັບປະກັນ​ການ​ຂຸດ​ຄົ້ນ​ເຂດ​ເສດຖະກິດ​ທະ​ເລຢ່າງ​ມີ​ປະສິດທິ​ຜົນ​ , ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ວາງ​ແຜນກຳນົດ, ຂຸດ​ຄົ້ນ​ຕາມ​ຂັ້ນ​ຕອນ​ແຫຼ່ງຊັບພະຍາກອນ​ທະ​ເລ, ​ໃຫ້​ບຸລິ​ມະ​ສິດ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ຄື​ອະທິປະ​ໄຕ​ເຂດທະ​ເລ, ​ໝູ່​ເກາະ”.

​​ແລະ​ກໍໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ສ່ວນ​ບຸກຄົນ. ຄຳ​ເຫັນ​ຂອງ ສສຊ ສ່ວນ​ຫລາຍ​ເຫັນ​ດີ ​ແລະ ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ລະດັບ​​ເງິນ​ເດືອນ​ທີ່​ຕອ້ງ​ເສຍ​ອາກອນ ​ແຕ່ 4 ລ້ານ​ປະຈຸ​ບັນ ຂຶ້ນ​ເຖິງ 9 ລ້ານ​ດົ່ງ, ຍົກ​ລະດັບ​​ຈຳນວນ​ເງິນ​ທີ່​ໄດ້​ຮັບ​ການ​ຫລຸດຜ່ອນ​ສຳລັບ​ຜູ້​ທີ່ຕ້ອງ​ລ້ຽງ​​ ລູກ​ເຕົ້າ ຫລື​ພໍ່​ແມ່ ​ແຕ່ 1,6 ດົ່ງ ຂຶ້ນ​ເຖິງ 3,6 ດົ່ງ/ຄົນ​, ແມ່ນ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ​ເພາະວ່າ ​ໃນ​ສະພາບ​ເສດຖະກິດ​ປະຈຸ​ບັນພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຄວນ​ສ້າງ​ເງື່ອນ​ໄຂ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ ​ເພື່ອ​ສົ່ງ​ເສີມ​ການ​ອອກ​ແຮງ​ງານ, ການ​ໃຊ້​ສອຍ. ກ່ຽວ​ກັບ​ຈຸດ​ເວລາ​ປະຕິບັດ​ກົດໝາຍ, ຄຳ​ເຫັນ​ສ່ວນ​ຫລາຍ​ແມ່ນ​ເອກະ​ພາບ​ກັບ​ຂໍ້​ສະ​ເຫ​ນີຂອງ​ລັດຖະບານ​ກ່ຽວ​ກັບ​ ຈຸດ​ເວລາ​ມີ​ຜົນ​ບັງຄັບ​ໃຊ້ໃນ​ການ​ປະຕິບັດ​ກົດໝາຍ (​ນັບ​ແຕ່ 1/7/2013) ​ເປັນ​ຕົ້ນ​ໄປ ​ເພື່ອ​ຮັບປະກັນ​ໄລຍະ​ເວລາ​ຈຳ​ເປັນ​ເພື່ອ​ໃຫ້​ລັດຖະບານ​ຜັນ​ຂະຫຍາຍ​ການສ້າງ ​ແລະ ປະກາດ​ໃຊ້​ເອກະສານ​ແນະນຳ​ການ​ປະຕິບັດ​ກົດໝາຍ.

ກ່ອນ​ໜ້າ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ສຳຄັນ​ສອງ​ສະບັບ​ສຳຄັນ. ​ນັ້ນ​ແມ່ນ​ມະຕິ ​ກ່ຽວ​ກັບ​ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2013 ​ແລະ ມະຕິ​ກ່ຽວ​ກັບ​ໂຄງການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013. ​ໂດຍລະອຽດ ​ແມ່ນຍອດ​ລາຍ​ຮັບ​ໃນ​ການ​ດຸນ​ດຽງ​ງົບປະມານ​ສູນ​ກາງ​ປີ 2013​.

ຂ່າວ/ບົດ​ອື່ນ