ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປັບປຸງ,ເພີ່ມເຕີມການລົງຄະແນນສຽງໄວ້ວາງໃຈ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປັບປຸງ,ເພີ່ມເຕີມການລົງຄະແນນສຽງໄວ້ວາງໃຈ - ảnh 1
ສສຊ ປ່ອນບັດໄວ້ວາງໃຈ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 6/6, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ຜູ້ຕາງໜ້າ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ  ລາຍ​ງານໃບ​ສະ​ເໜີ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ 35 ຂອງ​ສະພາ​ແຫ່ງ​ຊາ​ດກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງໄວ້​ວາງ​​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ ສຳລັບ​ຜູ້​ຮັກສາ​ຕຳ​ແໜ່​ງ​ໂດ​ຍ ສະພາ​ແຫ່ງ​ຊາດ, ສະພາ​ປະຊາ​ຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ, ຮັບ​ຟັງ​ຜູ້ຕາງໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ລາຍ​ງານ​ກ່ຽວ​ກັບ​ການກວດກາ​ຮ່າງ​ມະຕິ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ມະຕິ 35. ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ໜ່ວຍ ກ່ຽວ​ກັບ​ຮ່າງ​ມະຕິ​ນີ້. ຕາມ​ນັ້ນ​ແລ້ວ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດພິຈາລະ​ນາ, ຕົກລົງ​ບາງ​ເນື້ອ​ໃນ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ ​ເຊິ່ງລວມມີ: ຂອບ​ຂະໜາດ, ​ເປົ້າ​ໝາຍ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ​ເວລາ​ກຳນົດ ​ແລະ ຈຸດ​ເວລາລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ.​.​.​

        ກໍ່​ໃນ​ມື້​ນີ້, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສອນ​ວິຊາ​ຊີບ, ຮ່າງ​ກົດ​ໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສັນຊາ​ດ ຫວຽດນາມ, ​ເລື່ອງ​ເຂົ້າ​ຮ່ວມ​ສົນທິສັນຍາ ​ແລະ ອະນຸ​ສັນຍາ​ກ່ຽວ​ກັບ​ບັນດາບັນ​ຫາ​ລະອຽດ​ສຳລັບ​ອຸປະກອນ​ຂອງ​ເຮືອບິນ.

ຂ່າວ/ບົດ​ອື່ນ