ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ອາດຊະຍາກຳ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ອາດຊະຍາກຳ - ảnh 1
ສສຊ ປຶກສາ​ຫາລື​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
(ພາບ: google.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 2/11, ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ປຶກສາ​ຫາລື​ຢູ່​ຕາມ​ຫນ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ (ສະບັບ​ປັບປຸງ). ຮ່າງ​ກົດໝາຍ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ (ສະບັບ​ປັບປຸງ ) ຄັ້ງ​ນີ້​ແມ່ນ​ສຸມ​ໃສ່​ປັບປຸງ, ​ເພີ່ມ​ເຕີມ​ການກຳນົດ​ກ່ຽວ​ກັບ​ການ​​ເປີດ​ເຜີຍ​ໝາກຜົນ​ແຈ້ງຊັບ​ສົມບັດ, ລາຍ​ຮັບ​ຢູ່​ສະຖາ​ນທີ່​​ເຮັດ​ວຽກ ​ແລະ ບ່ອນຢູ່​ອາ​ໄສ. ກ່ຽວ​ກັບຮູບ​ແບບ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ທ່ານ Huynh Ngoc Son, ສສຊ ນະຄອນ Da Nang ປະກອບ​ຄຳ​ເຫັນ​ວ່າ:

        “ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ​ໄດ້​ຢືນຢັນ​ວ່າ: ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແມ່ນ​ຍ້າຍ​ໄປ​ສູ່​ກົມ​ການ​ເມືອງ ​ໂດຍ​ແມ່ນ​ທ່ານ​ເລຂາທິການ​ໃຫຍ່​ເປັນ​ຫົວຫນ້າ​ຄະນະ. ສ່ວນ​ຄະນະ​ຊີ້​ນຳ​ຂັ້ນ​ແຂວງ, ນະຄອນ ບໍ່​ຄົງ​ຕົວ​ອີກ. ຂ້າ​ພະ​ເຈົ້າ​ສະຫນັບສະຫນູນ​ຕໍ່​ເລື່ອງ​ຍ້າຍ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ມາ​ໃຫ້​ພັກ​ຮັບຜິດຊອບ.”

 ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ)ສືບ​ຕໍ່​ປຶກສາ​ຫາລືວຽກ​ງານ​ປ້ອງ​ກັນ, ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດ​ຊະ​ຍາ​ກຳ; ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງປີ 2012.

  ບັນດາ ສສຊ ຖື​ວ່າ ຄວນ​ເພີ່ມ​ທະວີ​ການ​ໂຄສະນາ​ສຶກສາ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ລະບົບ​ການ​ເມືອງ, ສັງຄົມ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ຂະ​ບວນການ​ສະກັດ​ກັ້ນ, ຄົ້ນ​ພົບ, ຕໍ່ສູ້​ກັບ​ກັບ​ອາດ​ຊະ​ຍາ​ກຳ​, ​ໄພ​ສັງຄົມທຸກ​ປະ​ເພດ…

ສຳລັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ກ່ອນ​ອື່ນ​ໝົດ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເພີ່ມ​ທະວີ, ​ເພີ່ມ​​ເຕີມບັນດາ​ມາດ​ຕະການ, ຂໍ້​ກຳນົດ​ທີ່​ມີ​ລັກສະນະ​ສັ່ງສອນຂົ່ມຂູ່ຢ່າງ​ພຽງພໍ ກໍ່​ຄື​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຜູ້​ທີ່​ໄດ້ກ່າວ​ຟ້ອງ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ. ຕາມ​ທ່ານ Truong Trong Nghia ສສຊ ນະຄອນ ​ໂຮ່ຈີ​ມິນ ​ແລ້ວ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄຸນສົມບັດ​ຂອງ​ຜູ້​ທີ່​ດຳ​ລົງ​ຕຳ​ແໜ່​ງ​ສຳຄັນ​ໃນ​ກົງຈັກ​ບໍລິຫານ​ຂອງ​ລັດ

”ຖ້າ​ຫາກ​ຫົວໜ້າ​ມີ​ຄຸນ​ນະ​ທາດ​ການ​ເມືອງ, ຄຸນສົມບັດ​ດີ ​ເຂົາ​ເຈົ້າ​ຈະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເດັດຂາດ. ​ເມື່ອ​ມີ​ຄວາມເດັດ​ດຽວ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລ້ວ, ​ເຂົາ​ເຈົ້າ​ຈະ​ເຕົ້າ​ໂຮມ​ບັນດາ​ພະນັກງານ​ທີ່​ມີ​ຄຸນ​ນະ​ທາດການ​ເມືອງ, ຄຸນສົມບັດ​ດີ​​ເພື່ອພ້ອມ​ກັບ​ຕົນຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ນີ້​ແມ່ນ​ປັດ​ໃຈ​ຕັດສິນ​ຊີ້​ຂາດ. ​ເມື່ອ​ເຮັດ​ສິ່ງ​ດັ່ງກ່າວ​ບໍ່​ໄດ້, ​ຈະ​ບໍ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ”

ຂ່າວ/ບົດ​ອື່ນ