ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ ປະກັນສຸຂະພາບໄລຍະ 2009 - 2012

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ ປະກັນສຸຂະພາບໄລຍະ 2009 - 2012 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)

(vovworld) - ​ ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 08 ພະຈິກ, ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຫໍ​ປະຊຸມ ​ແລະ ​ໄດ້ສະຫງວນ​ເວລາ​ມື້ໜຶ່ງ​ເພື່ອ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ຄະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ໝາກຜົນ​ແຫ່ງການຕິດຕາມ​ການ​ປະຕິບັດ​ນະ​​ໂຍບາຍ, ກົດໝາຍ​ປະກັນ​ສຸຂະພາບ​ໄລຍະ 2009 – 2012 ​ແລະ ປຶກສາ​ຫາລື​ກ່ຽວ​ກັບການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ປະກັນ​ສຸຂະພາບ​ໄລຍະ 2009 – 2012.

        ຕາມ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ແລ້ວ, ຮອດ​ປີ 2012 ຈຳນວນ​ຜູ້​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ແມ່ນ 59,3 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 9 ລ້ານ​ຄົນ​ເມື່ອ​ທຽບ​ໃສ່​ປີ 2009, ບັນລຸລະດັບ 67% ຈຳນວນ​ພົນລະ​ເມື​ອງ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ໃນ​ການ​ປຸກລະດົມ​ການ​ປະກອບສ່ວນ​ຂອງ​ໝູ່​ຄະນະ, ​ສ່ວນບຸກຄົນ, ມະຫາຊົນ ​ແລະ ວົງ​ຄະນະ​ຍາດ ​ເພື່ອ​ເບິ່ງ​ແຍງ​ດູ​​ແລ​ສຸຂະພາບ, ກວດ, ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ. ສິດ​ຂອງຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ​ໄດ້​ເປີດ​ກວ້າງ ​ແລະ ​ໄດ້​ຮັບ​ການ​ຮັບປະກັນ,  ວຽກ​ງານ​ຈັດ​ຕັ້ງ​ການກວດ, ປິ່ນປົວ​ພະຍາດ ​ແລະ ຄ້າ​ໃຊ້​ຈ່າຍ​ໃຫ້​ແກ່​ການກວດ, ປິ່ນປົວ​ພະຍາດ​ດ້ວຍ​ບັດ​ປະກັນ​ສຸຂະພາບ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ​ກ່ຽວ​ກັບ​ຂັ້ນ​ຕອນ, ລະບຽບ​ການ, ​ໃນ​ການກວດ ​ແລະ ປິ່ນປົວ​ພະຍາດ. ຜູ້​ທຸກ​ຍາກ ​ແລະ ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ​, ຜູ້​ມີ​ຄຸນງາມຄວາມດີ, ​ເດັກ​​ໃນ​ເກັ່ນອາຍຸ​ຕໍ່າ​ກວ່າ 6 ປີ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ຊົມ​ໃຊ້ບັນດາ​ການບໍລິການ​ສາທາລະນະ​ສຸກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ​ແຕ່​ວ່າ, ມາ​ຮອດ​ປະຈຸ​ບັນ, ການ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ຂອງ​ກຸ່ມ​ເຂົ້າ​ຮ່ວມປະກັນ​ສຸຂະພາບ​​ໂດຍ​ສະໝັກ​ໃຈຍັງ​ຢູ່​ໃນ​ລະດັບ​ຕໍ່າ. ປະຈຸ​ບັນ​ຍັງ​ມີ 18 ​ແຂວງ ມີ​ຈຳນວນ​ຜູ້​ເຂົ້າ​ຮ່ວມປະກັນ​ສຸຂະພາບຕໍ່າ​ກວ່າ​ 60%. ທ່ານ​ນາງ ຫງວຽນ​ທູ​ແອ​ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ​ເລີມ​ດົ່ງ ​ໃຫ້​ຂ້ໍສະ​ເໜີ​ວ່າ.

        “ສຳລັບ​ສະພາ​ແຫ່ງ​ຊາດ, ຂ້າພ​ະ​ເຈົ້າ​ສະ​ເໜີ​ສືບ​ຕໍ່​ເພີ່ມ​ງົບປະມານ​ໃຫ້​​ແກ່​ຂົງ​ເຂດສາທາລະນະ​ສຸກ ​ເພື່ອ​ປະຕິບັດ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ປະຊາຊົນ​ຢ່າງ​ມີ​ຍຸ​ຕິ​ທຳ ​ແລະ ມີ​ປະສິດທິ​ຜົນ​ກວ່າ. ສຳລັບ​ລັດຖະບານ, ​ໃນ​ຊຸມ​ປີຜ່ານມາ, ລັດ​ຖະບານ​ໄດ້​ເອົາ​ໃຈ​ໃສ່​ລົງທຶນ​ໃຫ້​ຂົງ​ເຂດສາທາລະນະ​ສຸກ ​ແຕ່​ຄວາມ​ຈິງ​ການ​ລົງທຶນ​​ດ້ານສາທາລະນະ​ສຸກ​ຍັງ​ຕໍ່າ​ຢູ່, ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ເພື່ອ​ກໍ່ສ້າງ​ບັນດາ​ໂຮງ​ໝໍ, ຄວາມ​ຕ້ອງການ​ການ​ແພດ​ປ້ອງ​ກັນ, ສະ​ນັ້ນສະ​ເໜີ​ຕໍ່​ລັດຖະບານ​ເພີ່ມ​ລາຍ​ຈ່າຍ​ງົບປະມານ​ລົງທຶນ​ໃຫ້​ແກ່​ສາທາລະນະ​ສຸກ ​ເພື່ອ​ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ”.

ຂ່າວ/ບົດ​ອື່ນ