ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາບົດລາຍງານໃນອາຍຸການ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາບົດລາຍງານໃນອາຍຸການ - ảnh 1
(ສະພາ​ແຫ່ງ​ຊາດ​ປຶກສາ​ຫາລືຢູ່​ຕາມໜ່ວຍ)

(vovworld) -  ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 23/03, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລືຢູ່​ຕາມໜ່ວຍ​, ໃຫ້​ຄຳ​ເຫັນກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ​​ໃນອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ, ​ໃນ​ນັ້ນ​ມີ​ບົດ​ລາຍ​ງານ​ຂອງປະທານ​ປະ​ເທດ, ນາຍົກລັດຖະມົນຕີ. ຕອນ​ບ່າຍ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບ ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ເບິ່ງ​ແຍງ ແລະ ສຶກ​ສາ​ອົບ​ຮົມ​ເດັກ(ສະ​ບັບ​ປັບ​ປຸງ).

​     ກ່ຽວກັບ​ບົດ​ລາຍ​ງານ​ໃນ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ, ບັນ​ດາ ສ.ສ.ຊ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປ່ຽນ​ແປງ​ໃໝ່​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ອາ​ຍຸ​ການ​ທີ່​ຜ່ານ​ມາ​ຕາມ​ທິດ​ນັບ​ມື້​ນັບ​ບັນ​ລຸ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ປະ​ກອບ​ສ່ວນ​ນຳ​ສະ​ພາ​ແຫ່ງ​ຊາດ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນຫຼາຍກວ່າ. ທ່ານ ໂດ້​ວັນເດືອງ ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິນ​ຖື​ວ່າ : 

   “ໃນ​ອາ​ຍຸ​ການ​ທີ່​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ​ໄດ້​ອອກ​ມະ​ຕິຫຼາຍ​ສະ​ບັບ​ກ່ຽວ​ກັບ​ຕຸ​ລາ​ການ, ອັນ​ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ບັນ​ດາອົງ​ການຕຸ​ລາ​ການ, ບຸກ​ໂຈມ​ຕີ ແລະ ຍູ້​ຖອຍ​ອາດ​ຊະ​ຍາ​ກຳ. ປະ​ເທດ​ຊາດ​ມີ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ແລະ ຄວາມ​ສະ​ຫງົບ. ນີ້​ແມ່ນ​ສິ່ງ​ທີ່​ໜ້າ​ພູມ​ໃຈ. ໃນ​ອາ​ຍຸ​ການນີ້, ບັນ​ດາ​ວາ​ລະ​ຊັກ​ຖາມ ແລະ ອະ​ພິ​ປາຍ​ໄດ້​ຖືກ​ຖ່າຍ​ທອດ​ສົດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ, ໂທ​ລະ​ພາບ, ອັນ​ໄດ້​ດຶງດ​ດູດ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕິດ​ຕາມ​ຢ່າງຫຼວງຫຼາຍ.  ”

    ບັນ​ດາ ສ.ສ.ຊ ສ່ວນຫຼາຍ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຄຸ້​ມ​ຄອງບໍ​ລິ​ຫານຂອງ​ລັດ​ຖະ​ບານ​ໃນ ອາ​ຍຸ​ການ 5 ປີ​ທີ່​ຜ່ານ​ມາ. ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ປະ​ທານ​ປະ​ເທດ, ສ.ສ.ຊຫຼາຍ​ທ່ານ​ຖື​ວ່າ ນີ້​ແມ່ນ​ບົດ​ລາຍ​ງານ​ໂດຍ​ຫຍໍ້, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ລັດ. ບົດ​ລາຍ​ງານ​ກໍຍົກ​ອອກຫຼາຍຂໍ້​ສະ​ເໜີທີ່​ແທດ​ຈິງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

 

 


ຂ່າວ/ບົດ​ອື່ນ