ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍກ່ຽວຂ້ອງເຖິງໄອຍະການປະຊາຊົນ,ສານປະຊາຊົນ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍກ່ຽວຂ້ອງເຖິງໄອຍະການປະຊາຊົນ,ສານປະຊາຊົນ - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13)

(vovworld) – ວັນ​ທີ 27/10, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ໄດ້​ກ້າວ​ເຂົ້າ​ສູ່ອາທິດ​ເຮັດ​ວຽກ​ທີ 2.

       ຕອນ​ບ່າຍ​ວັນ​ທີ 27/10, ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄຫມ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊ​ຸດ​ທີ 13, ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຟັງ​ ທ່ານ ຫງວຽນ​ວັນ​ຫ້ຽນ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ຫນ້າ​ກຳ​ມາ​ທິ​ການ​ຍຸ​ຕິ​ທຳ​ຂອງ​ສະ​ພາ​ແຫ່ງ​ຊາດ​ ສະ​ເຫນີ​ບົດ​ລາຍ​ງານ​ຮັບ​ເອົາ, ປັບ​ປຸ​ງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ໄອ​ຍະ​ການ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ). ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ໄອ​ຍະ​ການ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ). ກ່ອນ​ຫນ້ານັ້ນ ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ ໄດ້ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສານ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ). ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສ່ວນ​ຫລາຍ​ແມ່ນ​ເຫັ​ນ​ດີ​ກັບ​ບັນ​ດາ​ການ​ນຳ​ນົດ​ວ່າ: ສານ​ປະ​ຊາ​ຊົນ​ມີ​ຫນ້າ​ທີ່​ປົກ​ປ້ອງ​ຍຸ​ຕິ​ທຳ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ປົກ​ປັກ​ຮັກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ລັດ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ອົງ​ການ​ຈັດ​ຕັ້ງ, ສ່ວນບ​ຸກ​ຄົນ. ນອກນັ້ນ ສະ​ພາ​ແຫ່ງ​ຊາດ ຮັບ​ຟັງ​ບົດ​ສະ​ເຫນີ ແລະ ບົດ​ລາຍ​ງານ​ການກວດ​ກາ​ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ).

​ໃນ​ອາທິດ, ສະພາ​ແຫ່​ງຊາດ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ໃຫ້​ແກ່​ວຽກ​ງານ​ຕິດຕາມ​ກວດກາ​ ​ແລະ ຕົກລົງ​ບັນດາ​ບັນຫາ​ສຳຄັນ. ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຄື: ສະພາບ​ເສດຖະກິດ - ສັງຄົມ​ປີ 2014 ​ແລະ ໜ້າ​ທີ່​ປີ 2015; ໝາກຜົນ​ການ​ປະຕິບັດ​ງົບ​ປະມານ​ຂອງ​ລັດ​ປີ 2014; ວາງ​ແຜນງົບປະມານ​​ແຫ່ງ​ລັດ ​ແລະ ມາດ​ຕະການ​ຈັດ​ແບ່ງ​ງົບປະມານ​​ສູນ​ກາງ​ປີ 2015. ກໍ່​ໃນ​ອາທິ​ດນີ້, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ເຮັດ​ວຽກ​ກ່ຽວ​ກັບ​ວຽກ​ງານສ້າງ​ບັນດາ​ແຜນ​ຮ່າງ, ຮ່າງ​ກົດໝາຍ: ກົດໝາຍ​ປະກາດ​​ໃຊ້ເອກະສານ​ນິຕິ​ກຳ; ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​​ພົນລະ​ເມືອງ; ​ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ; ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນລະ​ເຮືອນຫວຽດນາມ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບ​ປະມານ​ສະບັບ​ປັບປຸງ.

ຂ່າວ/ບົດ​ອື່ນ