ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍວ່າດ້ວຍພາສີ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍວ່າດ້ວຍພາສີ - ảnh 1
​ສະມາຊິກ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ໄດ້​ປຶກສາ​ຫາລື
​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ສົ່ງອອກ​, ພາສີນຳ​ເຂົ້າ
(ພາບ: ອິນເຕີແນດ)

(vovworld) –  ຕອນ​ບ່າຍ​ວັນ​ທີ 29/10, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ສົ່ງອອກ​, ພາສີນຳ​ເຂົ້າ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າ​ດ້ວຍ​ພາສີ​ໃຊ້​ສອຍ​ພິ​ເສດ ​ແລະ ກົດໝາຍ​ວ່າ​ດ້ວຍການຄຸ້ມຄອງ​ພາສີ. ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ສົ່ງ​ອອກ ພາສີ​ນຳ​ເຂົ້າ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ຈຳ​ເປັນ​ຕ້ອງປັບປຸງ​, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ພາສິສົ່ງ​ອອກ​ - ນຳເຂົ້າ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນເປັນ​ກົດໝາຍ​ພາຍ​ໃນ​. ພ້ອມ​ທັງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ປະຕິ​ຮູບ​ລະບົບ​ພາສີ, ອາກອນ; ສ້າງ​ສະພາບ​ແວດ​ລ້ອມ​ນິຕິ​ກຳ, ລະບຽບ​ການ​ບໍລິຫານ​ທີ່​ງ່າຍດາຍ, ສະດວກ​ໃຫ້​ແກ່​ເປົ້າ​ໝາຍ​ປະຕິບັດ​ກົດໝາຍ ​ແລະ ປະກອບສ່ວນ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ພາສີ​ເປັນ​ຢ່າງ​ດີ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ໄດ້ສຸມ​​ໃສ່​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ໝວດບັນຫາປັບປຸງລວມມີ: ສົ່ງ​ເສີມ​ການ​ພັດທະນາ ​ແລະ ປົກ​ປ້ອງ​ຢ່າງ​ເໝາະ​ສົມ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ ​ໃຫ້ສອດ​ຄ່ອງ​ກັບ​ທິດ​ທາງພັດທະນາ​ຂອງ​ພັກ, ລັດ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ທີ່​ໄດ້​ຮັບ​ການ​ລົງ​ນາມ; ຂໍ້​ກຳນົດ​ກ່ຽວ​ກັບ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ, ຕ້ານ​​ເງິນ​ອຸດ​ໜູນ...​ກ່ຽວ​ກັບ​ຮ່າງ​ກົດໝາຍ​​ປັບປຸງ​ ເພີ່ມ​ເຕີມບາງ​ມາດຕາ​ຂອງ​ບັນດາ​ກົດໝາຍ​ວ່າ​ດ້ວຍ​ພາສີ, ບັນດາ​ຄວາມ​ເຫັນ​​ປະກອບສຸມ​​ໃສ່​​ຂໍ້​ກຳນົດ​ຕ່າງໆ ​​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ.

 

ຂ່າວ/ບົດ​ອື່ນ