ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ2014ແລະຫນ້າທີ່ປີ2015

ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ2014ແລະຫນ້າທີ່ປີ2015 - ảnh 1
ວາ​ລະ​ປະ​ຊຸມ​ໃນ​ວັນ​ທີ 30/10
(ພາບ: chinhphu.vn)

(vovworld)-​ ການ​ຄຸ້ມ​ຄອງຫນີ້​ສາ​ທາ​ລະ​ນະ​, ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ(ODA), ຄວາມ​ສາ​ມາດ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​​ບຳ​ລຸງ​ວິ​ຊາ​ຊີບ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ແມ່ນ​ບັນ​ດາ​ເນື້ອ​ໃນ​​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ​​ໃນ​ລາຍ​ກາ​​ນເຮັດ​ວຽກ​ຕອນ​ເຊົ້າ​ວັນ​ທີ 30/10.

        ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຫນີ້​ສາ​ທາ​ລະ​ນະ, ທ່ານ ຫງວຽນ​ກາວ​ເຊີນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຮ່​ວາ​ບີງ ສະ​ເຫນີ​ ລັດ​ຖະ​ບານ ຄວນ​ຄວບ​ຄຸ​ມ​ຫນີ້​ສາ​ທາ​ລະ​ນະ, ຫນີ້​ຕ່າງ​ປະ​ເທດ​​ໃຫ້ດີກວ່າ, ຢືດ​ໝັ້ນ​ຈຸດ​ໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ແກ້​ໄຂ​ຫນີ້​ເສຍ ແລະ ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ການ​ຈັດ​ຕັ້ງ​ສິນ​ເຊື່​ອ​ຄືນ​ໃຫມ່, ບໍ​ລິ​ຫານ​​ລາ​ຄາ​ສິນ​ຄ້າທີ່​ຈຳ​ເປັນຢ່າງ​ມີ​ໄຫວ​ພິບ, ລະ​ມັດ​ລະ​ວັງ.

ເມື່ອ​ເວົ້າ​ເຖິງ​ການ​ນຳ​ໃຊ້​ທຶນ ODA, ທ່ານ ຫງວຽນ​ວັນ​ຕຽນ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ ກ່ຽວ​ກັບ​ບັນ​ດາ​ບັ​ນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ​ວ່າ: ບໍ່​ຄວນ​ກູ້​ຢືມ ODA ເພື່ອ​ເບີກ​ຈ່າຍ​ເປັນ​ປະ​ຈຳ, ບັນ​ດາ​ໂຄງ​ການ​ກູ້​ຢື​ມ​ທຶນ ODA ຕ້ອງ​ມີ​ຄ​ຳ​ເຫັນ​ຂອງ​ອົງ​ການ​ສະ​ພາ​ແຫ່ງ​ຊາດ​ ກ່ອນ​ທີ່​ນຳ​ໃຊ້​. ສ່ວນ​ທ່ານ​ນາງ ເລ​ທິ​ງາ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ທາຍງວຽນ ຊີ້​ແຈ້ງວ່າ: ຍ້ອນກົ​ນ​ໄກ​ນຳ​ໃຊ້​ແຫລ່ງ​ທຶນ ODA ຢູ່​ຫວຽດ​ນາມ ຍັງ​ມີ​​ສິ່ງ​ທີ່​ຄົງ​ຄ້າງຫລາຍ​ຢ່າງ, ທ່ານ​ນາງ ສະ​ເໜີ​ວ່າ:

ຂ​້າ​ພະ​ເຈົ້າ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ ODA ຕາມນັ້ນ​​ແລ້ວ​ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງຂັ້ນ​ຕອນ​ຢ່າງແໜ້ນ​ແຟ້ນ, ມາດ​ຖານ​ຮັບ​ຮູ້​ທຶນ ODA, ​ເປີດ​ເຜີຍ​ຈຳ​ນວນ​ທຶນ​ທັງ​ໝົດ, ເປີດ​ເຜີຍ​ບັນ​ດາ​ໂຄງ​ການ, ຂັ້ນ​ຕອນ​ຈັ​ດ​ແບ່ງ ແລະ ບັງ​ຄັບ​​ຕ້ອງໄຈ້​ແຍກ​ຕີ​ລາ​ຄາ​ເອ​ກະ​ລາດ​ກ່ອນ​ທີ່​ຕົກ​ລົງ. ສະ​ພາ​ແຫ່ງ​ຊາດກໍ່​ຕ້ອງ​ຕິດ​ຕາມກວດ​ກາ ODA, ຊີ້​ໃຫ້​ເຫັນ​ບັນ​ດາ​ຈຸດ​ອ​ອ່ນ​ໃນ​ນະ​ໂຍ​ບາຍ​ຈາກນັ້ນ​ສະ​ເໜີ​ຍຸດ​ທະ​ສາດ​ນຳ​ໃຊ້​ຢ່າງ​ມີ​ການ​ເລືອກ​ເຟັ້ນ​ຕາມ​ວິ​ວັດ​ການ​ຄ່ອຍໆ​ຫລຸ​ດ​ລົງ, ມຸ່ງ​ໄປ​ສູ່​​ການ​ຢຸດ​ຕິ ODA. ທີສາມ​ແມ່ນ​ນຳ​ໃຊ້​ຢ່າງ​ມີ​ການ​ເລືອກ​ເຟັ້ນ​ແຫຼ່ງ​ທຶນ ODA

          ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ສ​ສ​ຊ ຫຼາຍ​ທ່ານ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໄພ​ຢາ​ເສບ​ຕິດ, ຄຸນ​ນະ​ພາບກ​ານ​ບຳ​ລຸງ​ສ້າງວິ​ຊາ​ຊີບ… ເມື່ອ​ເຕື້ອງ​ເຖິງ​ມາດ​ຕະ​ການ​ສ້າງວຽກ​ເຮັດ​ງາ​ນ​ທຳ​ໃຫ້​ແກ່​ຄົນ​ງານ, ມາດ​ຖານ​ໜຶ່ງ​ດຽວ​ເຊິ່ງ​ລັດ​ຖະ​ບານ​ບໍ່​ບັນ​ລຸ​ໄດ້​ແຜນ​ການ​​ທີ່​ໄດ້​ວາງ​ອອກຂອງ​ປີ 2014, ທ່ານ​ນາງ ຫງວຽນ​ທິ​ຮົ່ງ​ຮ່າ, ສ​ສ​ຊ ນະ​ຄອນ​ຮ່າ​ໂນ້ຍ, ສະ​ເໜີ​ວ່າ:

        “ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ປ່ຽນ​ໃໝ່​ໃນ​ການ​ບຳ​ລ​ຸງ​ສ້າງ​ຢ່າງ​ເດັດ​ຂາດ. ກ່ຽວ​ກັບ​ໄລ​ຍະ​ຍາວ​ຕ້ອ​ງ​ສຸມ​ໃສ່​ບຸກ​ທະ​ລຸ​ທັງ​ດ້ານ​ລະ​ບອບ, ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ ແລະ ການ​ສຶກ​ສາ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ຕະຫຼາດ​ຄົນ​ງານ​​ສ້າງ​ໂຄງ​ປະ​ກອບ​ຕິດ​ພັນກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ຢ່າງ​ແໜ້ນ​ແຟ້ນ, ພິ​ເສດ​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມີ​ຄຸນ​ນະ​ພາບ​ສູງ ລັດ​ຖະ​ບ​ານ​ຕ້ອງ​ມີ​ນະ​ໂຍ​ບາຍ​ສະ​ເພາະ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ຕະຫຼາດ​ແຮງ​ງານ​ມີ​ຄຸນ​ນະ​ພາບ​ສູງ​ດ້ານເສດ​ຖະ​ກິດ​ກະ​ສິ​ກຳ, ເສດ​ຖະ​ກິດ​ທະ​ເລ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ສົ່ງ​ອອ​ກ​ຄົນ​ງານ​ຢ່າງ​ມີ​ກາ​ນ​ຈັດ​ຕັ້ງ”

        ຕອນ​ບ່າຍ​ວັນ​ທີ 30/10, ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2014 ແລະ ແຜນ​ການ​ພັດ​ທະ​ນາ​ປີ 2015.

 

 

 

 

ຂ່າວ/ບົດ​ອື່ນ