ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມ - ảnh 1
ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມ
(ພາບ: vtv.vn)

(vovworld) ​​ໂດຍ​ສືບ​ຕໍ່​ລາຍການ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 22/10, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016, ໝາກຜົນ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ​ປີ 2015, ການ​ຄາດ​ຄະ​ເນ​ງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ການຈັດ​ແບ່ງ​ງົບ​ປະມານ​ສູນ​ກາງ​ປີ 2016. ບັນດາຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດສ່ວນ​ຫລາຍ ​​ແມ່ນ​ເຫັນ​ດີ​ກັບ​ບົດ​ລາຍ​ງາ​ນກ່ຽວ​ກັບ​ສະພາບການ​ພັດທະນາ​ເສດຖະກິດ​ - ສັງຄົມ​ຂອງ​ລັດຖະບານ. ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ໃນ​ການ​ປະຕິບັດ​ບັນດາ​ລັດຖະນະ​ໂຍບາຍ​ດັ່ງກ່າວ, ສະພາບ​ເສດຖະກິດ - ສັງຄົມ​ມີ​ໝາກຜົນ​ຕັ້ງໜ້າ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ສະມາຊິກ​ຖື​ວ່າ: ບົດ​ລາຍ​ງານ​ຕ້ອງ​ໄຈ້​ແຍກສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຕິດ​ຂັດ​ໃຫ້ຈະ​ແຈ້ງ​ຄື: ຕີ​ລາຄາ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ, ສຸມ​ໃສ່ 3 ຂົງ​ເຂດ: ການລົງທຶນ​ພາກ​ລັດ, ລະບົບ​ທະນາຄານ ​ແລະ ສ້າງ​ໂຄງ​ປະກອບ​ບັນດາ​ວິ​ສາ​ຫະກິດ​ຄືນ​​ໃໝ່.

        ກ່ຽວ​ກັບ​ໝາກຜົນ​​ແຫ່ງ​ການປະຕິບັດ​ບັນດາ​ໂຄງການ​​ຈຸດ​ໝາຍ​​ແຫ່ງ​ຊາດ​ໄລຍະ 2011 – 2015, ກໍ່ສ້າງ ​ແລະ ສະ​ເໜີ​ແຜນ​ນະ​ໂຍບາຍລົງທຶນ​ເຂົ້າ​ໂຄງການ​ ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2016 – 2020, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ເຫັນ​ດີ​ກັບ​ລັດຖະບານ​ກ່ຽວ​ກັບ​ຫລຸດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ລົງ​. ກ່ຽວ​ກັບ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ສະ​ເໜີ ຄວນ​ພິຈາລະນາຄືນ​ບັນດາ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຖື​ວ່າ ຄວນ​ມີ​ການ​ປ່ຽນ​ແປງ ​ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ມີ​ຄວາມ​ແທດ​ຈິງ​ກ່ວາ​ອີກ, ມຸ່ງ​ໄປ​ເຖິງຈຸດ​ໝາຍຕົ້ນຕໍ​ແມ່ນ​ຍົກ​ສູງ​ລາຍ​ຮັບ, ປັບປຸງ​ຊີວິດ​ທາງ​ດ້ານວັດ​ຖຸ ​ແລະ ຈິດ​​ໃຈ​ຂອງ​ຊາວ​ກະສິກອນ.

ຂ່າວ/ບົດ​ອື່ນ