ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍການບິນພົນລະເຮືອນຫວຽດນາມ

 ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍການບິນພົນລະເຮືອນຫວຽດນາມ - ảnh 1
(ພາບປະກອບ)

(vovworld)​ ​-​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 29/10 ສະ​ພາ​ແຫ່ງ​ຊາດ​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊົມ. ເມື່ອ​ລາຍ​ງານ​ບົດ​ສະ​ເຫນີ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ການ​ລົງ​ທຶນກໍ່​ສ້າງ​ໂຄງ​ການ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທ່ງ, ທ່ານ ດີງ​ລາ​ທັງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ໃຫ້​ຮູ້​ວ່າ: ທ່າ​ອາ​ກາດ​ສະ​ຍານ ລອງ​ແທ່ງ ຖືກ​ແບ່ງ​ເປັນ 3 ໄລ​ຍະ ລົງ​ທຶນ ດ້ວຍຍອດ​ລະ​ດັບ​ເງິນ​ລົງ​ທຶນ​ແມ່ນ 18,7 ຕື້ USD. ​ຄາດ​ວ່າ ທ່າ​ອາ​ກາດ​ສະ​ຍານ​ລອງ​ແທ່ງ ຈະ​ຕ້ອ​ນ​ຮັບ​ຜູ້​ໂດຍ​ສານ 100 ລ້າ​ນ​ຄົນ/ປີ, ສູງ​ທົບ 4 ເທົ່າ​ລະ​ດັບ​ສູງ​ສຸດ​ຂອງ​ສະ​ຫນາມ​ບິນ ເຕີນ​ເຊ​ີນ​ເຍີດ.

        ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ບິນ​ພົນ​ລະ​ເຮືອນ​ຫວຽດ​ນາມ, ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ ສ່ວນ​ຫລາຍ​ເຫັນ​ດີ​ຕໍ່​ຮ່າງ​ກົດ​ໝາຍ​ທີ່​ກຳ​ນົດ​ອົງ​ການ​ຄຸ້ມ​ຄອງ​ລັດ​ສະ​ເພາະ​ຂະ​ແຫນງ​ການ​ບິນ​ພົນ​ລະ​ເຮືອນ​ແມ່ນ​ຂຶ້ນ​ກັບ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ. ບັນ​ດາ​ຄຳ​ເຫັນ​ສະ​ເຫນີ ຄວນ​ກຳ​ນົດ​ຢ່າງ​ລະ​ອຽດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ຖ້ຽວ​ບິນ​ຊ້າ, ຍົກ​ເລີກຖ​້ຽວ​ບິນໃນ​ການ​ຂົນ​ສົ່ງ​ທາງ​ອາ​ກາດ.

 

ຂ່າວ/ບົດ​ອື່ນ