ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍຄຸ້ມຄອງໜີ້ສາທາລະນະ(ສະບັບປັບປຸງ)

(VOVWORLD) -ໂດຍສືບຕໍ່ລາຍການກອງປະຊຸມສະໄໝສາມັນ ເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 16 ມິຖຸນາ,  ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ).
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍຄຸ້ມຄອງໜີ້ສາທາລະນະ(ສະບັບປັບປຸງ) - ảnh 1 (ພາບປະກອບ: quochoi.vn)

ກ່ຽວກັບຂອບເຂດດັດປັບ, ຮ່າງກົດໝາຍກຳນົດ, ໜີ້ສາທາລະນະລວມມີ: ໜີ້ຂອງລັດຖະບານ, ໜີ້ໂດຍລັດຖະບານຄໍ້າປະກັນ, ໜີ້ຂອງອຳນາດການປົກຄອງທ້ອງຖິ່ນ. ຜູ້ແທນສ່ວນຫຼາຍໄດ້ເຫັນດີເປັນເອກະພາບຕໍ່ຂໍ້ກຳນົດນີ້, ຕາມນັ້ນແລ້ວ, ບໍ່ຄິດໄລ່ເຂົ້າໃນໜີສາທາລະນະ ບັນດາບ້ວງໜີ້ໂດຍທະນາຄານແຫ່ງລັດ ຫວຽດນາມ ປະກາດໃຊ້ ເພື່ອປະຕິບັດນະໂຍບາຍເງິນຕາ, ໜີ້ຂອງລັດວິສາຫະກິດ, ຂອງຫົວໜ່ວຍພາກລັດທີ່ກູ້ ແລະ ຈ່າຍເອງ ທ່ານ ບູຍແທງຕູງ ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ປະກອບຄຳເຫັນວ່າ:

"ຂ້າພະເຈົ້າເຫັນດີເປັນເອກະພາບໂດຍພື້ນຖານກັບຂອບເຂດການດັດປັບ. ເຖິງຢ່າງໃດກໍ່ຕາມ, ສະເໜີໃຫ້ຄະນະຮຽບຮຽງມີການຕີລາຄາຢ່າງລະອຽດກ່ວາ ກ່ຽວກັບສະພາບການຕົວຈິງຂອງງົບປະມານແຫ່ງລັດ, ການໃຊ້ໜີ້ແທນໃຫ້ບັນດາລັດວິສາຫະກິດ, ສະພາບການ ແລະ ສະພາບຕິດໜີ້ທະນາຄານນະໂຍບາຍຕົວຈິງ. ຄວນອະພິປາຍຈະແຈ້ງ ສາເຫດຕິດໜີ້ ໂດຍທະນາຄານແຫ່ງລັດປະກາດໃຊ້ເຊິ່ງບໍ່ແມ່ນໜີ້ສາທາລະນະ, ກໍ່ຄືໜີ້ບ້ວງອື່ນໆ ຄື: ໜີ້ກໍ່ສ້າງພື້ນຖານໂຄງລ່າງ, ແຂວງ, ເມືອງ, ຕາແສງໃນກໍລະນີບໍ່ມີຄວາມສາມາດໃຊ້ຈ່າຍຢ່າງພຽງພໍ, ໜີ້ສົ່ງຄືນພາສີອາກອນມູນຄ່າເພີ່ມ."

ແລະຕອນບ່າຍວັນທີ 16 ມິຖຸນາ, ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍກ່າວຟ້ອງ (ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຮ່າງກົດໝາຍຄວນກຳນົດແຈ້ງບັນດາໃບກ່າວຟ້ອງທີ່ບໍ່ມີລາຍເຊັນ, ເພີ່ມເຕີ່ມບັນດາຮູບການກ່າວຟ້ອງ ແລະ ມີກົນໄກປົກປ້ອງຜູ້ກ່າວຟ້ອງ. ສ່ວນຫລາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດເຫັນດີຕໍ່ທັດສະນະຂອງລັດຖະບານທີ່ສະແດງໃນຮ່າງກົດໝາຍວ່າ ພຽງແຕ່ກຳນົດ 2 ຮູບການກ່າວຟ້ອງດ້ວຍໃບຮ້ອງຟ້ອງ ແລະ ໂດຍກົງ. ສະມາຊິກສະພາແຫ່ງຊາດ ເຈີນວັນມາວ ສະມາຊິກສະພາແຫ່ງຊາດແຂວງ ເງະອານ ຖືວ່າ: ໃນເງື່ອນໄຂຄືປະຈຸບັນ, ຖ້າຫາກເພີ່ມເຕີ່ມບັນດາຮູບການກ່າວຟ້ອງອື່ນໆຄື: ເອກະສານ Fax, ອີແມວ, ໂທສະສັບ…ຈະກໍ່ຄວາມຫຍຸ້ງຍາກໃຫ້ແກ່ວຽກງານແກ້ໄຂໃບຮ້ອງຟ້ອງຂອງບັນດາອົງການແຫ່ງລັດ.

        

ຕອບກັບ

ຂ່າວ/ບົດ​ອື່ນ