ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄົມມະນາຄົມ ທາງນ້ຳ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຄົມມະນາຄົມ ທາງນ້ຳ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) -     ​ຕອນ​ເຊົ້າ​ວັນ​ທີ 27/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ ​ເພື່ອ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ວາງ​ແຜນສັງ​ລວມ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ມະຕິ​ແມ່ນ ຊີ້​ແຈ້ງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຫົວໜ້າ​ໃນ​ວິວັດ​ການ​ເຄື່ອນ​ໄຫວ, ຂຸດ​ຄົ້ນກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ຖ້າ​ຫາກ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ, ຊຳ​ບໍ່​ໜຳ​ຕ້ອງ​ດຳ​ເນີນ​ຄະດີຖ້າ​ຫາກ​ເຮັດ​​ໃຫ້​ມີ​ຄົນ​ເສຍຊີວິດ​; ຈັດ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບັນ​ດາກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ວິວັດ​ການ​ເຄື່ອນ​ໄຫວ, ຂຸດ​ຄົ້ນ​ກິດຈະກຳ​ເຂື່ອນ​ໄຟຟ້າ​ນ້ຳຕົກ.

        ​ໃນ​ວາລະ​ປະຊຸມ​ຕອນ​ເຊົ້າ​ວັນ​ທີ 27/11, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ. ​ໃນ​ນັ້ນ, ສຸມ​ໃສ່​ເຮັດ​ແຈ້ງ​ບາງ​ມາດຕາ​ຂອງ​ຮ່າງ​ກົດໝາຍ ​ເພື່ອ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້, ​ເໝາະ​ສົມ​ກັບ​ສະພາບ​ຕົ​ວຈິງ, ສາມາດ​ນຳ​ໃຊ້​ໄດ້​ເລີຍ; ພ້ອມ​ທັງ​ຮັບປະກັນ​ລັກສະນະ​ກະຈາ​ງ​ແຈ້ງ, ສ້າງ​ຄວາມ​​ເປັນ​ເອກະ​ພາບ​ນຳ​ກັນ​ໃນ​ການ​ຜັນ​ຂະຫຍາ​ຍການປະຕິບັດ.
ຕອນ​ບ່າ​ຍວັນ​ທີ 27/11, ສະພາ​ແຫ່ງ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຕໍ່​ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ລົງທຶນ​ຂອງ​ລັດ.

ຂ່າວ/ບົດ​ອື່ນ