ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ(ສະບັບປັບປຸງ) - ảnh 1
ສະ​ມາ​ຊ​ິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ທ໋າຍງວຽນ ກ່າວ​ຄຳ​ເຫັນ​ທີ່ກອງ​
ປະ​ຊຸມ
(ພາບ: Phương Hoa - TTXVN)

(vovworld) - ຕອນ​ເຊົ້າວັນ​ທີ 2/6 ສະພາ​ແຫ່ງ​ຊາດໄດ້​ຮັບ​ຟັງ​ບົດ​ລາຍ​ງານ ອະພິປາຍ, ຮັບ​ເອົາ, ປັບປຸງຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ) ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ນີ້. ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ຫຼາຍ​ທ່ານ​​ເຫັນ​ດີ​ຕໍ່​ຂໍ້​ກຳນົດລະດັບ​ກຽມ​ເພື່ອ​ແມ່ນ 2-4% ຍອດ​ລາຍ​ຈ່າຍ​ງົບປະມານ​ແຕ່ລະ​ຂັ້ນ, ​ແລະ ງົບປະມານ​ກຽມ​ເພື່ອ​ນັ້ນ​ພຽງ​ແຕ່​​ໄດ້ນຳ​ໃຊ້​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ, ​ແກ້​ໄຂ​ໄພ​ທຳ​ມະ​ຊາດ, ​ໄພພິບັດ, ​ໂລກ​ພະຍາດ, ກູ້​ຊ່ວຍ​ຄົນ​ອຶດ​ຫີ​ວ. ນີ້​ແມ່ນ​ວຽກ​ງານ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ ທີ່​ມີ​ລັກສະນະ​ຮີບ​ດ່ວນ. ບັນດາ ສສຊ ​ເຫັນ​ດີ​ມອບ​ສິດ​ໃຫ້​ລັດຖະບານ, ຄະນະ​ກຳມະການ​ທຸກ​ຂັ້ນ​ຕົກລົງ​ກ່ຽວ​ກັບ​ການ​ນຳ​ໃຊ້​ງົບປະມານ​ກຽມ​ເພື່ອ​ໃນ​ຂັ້ນ​ຂອງ​ຕົນ ​ແລະ ລາຍ​ງານ​ຕໍ່​ສະພາ​ປະຊາຊົນ​ຮ່ວມ​ຂັ້ນ​ໃນ​ກອງ​ປະຊຸມ​ໄລຍະ​ດຽວ​ກັນ. ກ່ຽວ​ກັບ​ເວລາ​ທີ່​ກົດໝາຍ​ມີ​ຜົນ​ສັກສິດ ​ແລະ ຂໍ້ມາດຕາ​ລະອຽດ, ບັນດາ ສສຊ ສະ​ເໜີ​ວ່າ, ກົດໝາຍ​ນີ້​ຄວນ​ມີ​ຜົນ​ສັກສິດ​ໃນ​ປີ 2016 ​ເພື່ອ​ຮັບປະກັນ​ລັກສະນະ​ຄົບ​ຊຸດ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອົງການ​ສືບສວນ​ຄະດີ​ອາຍາ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຈັບ​ຕົວ, ກັກ​ຂັງ​ຊົ່ວຄາວ. ​ເມື່ອປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ຈັບ​ຕົວ, ກັກ​ຂັງ​ຊົ່ວຄາວ, ບັນດາ ສສຊ ຖື​ວ່າ: ​ເລື່ອງ​ປະກາດ​ໃຊ້​ຮ່າງ​ກົດໝາຍ​ນີ້​ຕ້ອງ​ຮັບປະກັນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການຈັບ​ຕົວ, ກັກ​ຂັງ​ຊົ່ວຄາວ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ປີ 2013. ບັນດາ​ຄວາມ​ເຫັນ​ກໍ່​ສະ​ເໜີ​ຮ່າງ​ກົດໝາຍ​ນີ້​ຄວນ​ກຳນົດຢ່າງ​ລະອຽດ​ ນັບ​ທັງ​ສິດ​ອຳນາດ ​ແລະ ຄວາມ​ຮັບຜິດຊອບ, ພິ​ເສດ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ປະຕິບັດ​ການ​ຄຸ້ມ​ຄອງ​ສຳລັບ​ຜູ້​ຖືກຈັບ​ຕົວ, ກັກ​ຂັງ​ຊົ່ວຄາວ​ ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ອີນຊີ, ສຸຂະພາບ, ຄວາມ​ເປັນ​ກຽດ, ກຽດ​ເປັນ​ມະນຸດ​ຂອງ​ຜູ້​ຖືກຈັບ​ຕົວ, ກັກ​ຂັງ​ຊົ່ວຄາວ.

 

 

ຂ່າວ/ບົດ​ອື່ນ