ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຈັດຕັ້ງອົງການສືບສວນຄະດີອາຍາ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຈັດຕັ້ງອົງການສືບສວນຄະດີອາຍາ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 19/06, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​​ອົງການ​ສືບສວນ​ຄະດີ​ອາຍາ. ນີ້​ແມ່ນ​ຮ່າງ​ກົດໝາຍ​ໂດຍ​ກະຊວງ​ຕຳຫຼວດ ​ເປັນ​ປະທານ​ຮຽບຮຽງ, ສືບ​ຕໍ​່​ໄດ້​ຮັບ​ການ​ປັບປຸງ​, ​ເພີ​່ມ​​ເຕີມ ​ເພື່ອ​​ໃຫ້ສະພາ​​ແຫ່ງ​ຊາດປຶກສາ​ຫາລື, ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃນ​ທ້າຍ​ປີ 2015. ຮ່າງ​ກົດໝາຍ​ວ່າ​ດ້ວຍ​​ອົງການ​ສືບສວນ​ຄະດີ​ອາຍາ ກ່ຽວ​ຂ້ອງ​ເຖິງ​ສິດ​ຂອງ​ມະນຸດ, ສິດ​ພົນລະ​ເມືອງ ທີ່​ໄດ້ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນປີ 2013 ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການຍຸຕິ​ທຳ.

      ບັນດາ​ສະມາຊິ​ກສະພາ​ແຫ່ງ​ຊາດ ສະ​ເໜີ​ເພີ່ມ​​ເຕີມ​ສິດ​ສືບສວນ​ບັນດາ​ໂທດ​ກຳ​ກໍ່​ການ​ຮ້າຍ, ​ໂທດ​ອຸປະຖຳ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​ໃຫ້​ອົງການ​ປ້ອງ​ກັນ​ຄວາ​ມສະຫງົບ. ​ເລື່ອງ​ເພີ່ມ​ເຕີມຂໍ້​ກຳນົດກວດກາ​ການ​ປະ​ມົງ, ອົງການ​ພາສີ, ຄະນະ​ກຳມະການ​ຫຼັກ​ຊັບ ​ແມ່ນ​ອົງການ​ໄດ້​ຮັບໜ້າ​ທີ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫ​ວສືບສວນ ​ແມ່ນ​ເນື້ອ​ໃນ​ໄດ້​​ເຕື້ອງ​ເຖິງ​ໃນຮ່າງ​ກົດໝາຍ​ວ່າ​ດ້ວຍ​ອົງການ​ສືບສວນ​ຄະດີ​ອາຍາ ​ແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ອາຍາ (ສະບັບ​ປັບປຸງ). ​ເພື່ອ​ສະກັດ​ກັ້ນ, ຕໍ່ສູ້​​ກັບ​ບັນດາ​ອາດຊະຍາ​ກຳ​ສໍ້​ໂກງ, ​ຜະລິດ​ປອມ, ລະ​ເມີດຊັບ​ສິນ​ທາງ​ປັນຍາ ຢ່າງ​ມີ​ຜະ​ສິດທິ​ຜົນ. ທ່ານ​ ເຈີ​ນງອກ​ວິງ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ນະຄອນ​ຫາຍ​ຟ້ອງ ປະກອບ​ຄຳ​ເຫັນ​ວ່າ.

      “​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ຕຳຫຼວດ​ໄດ້​ສ້າງ​ຕັ້ງ​ກົມ​ຕະຫຼວດຕ້ານ​ອາດຊະຍາ​ກຳສໍ້​ໂກງ ດ້ວຍ​ບົດບາດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ບັນດາ​ອາດຊະຍາ​ກຳ​ສໍ້​ໂກງ, ສິນຄ້າ​ປອມ, ສິນຄ້າ​ຖືກ​ເກືອດ​ຫ້າມ, ສໍ້​ໂກ​ງການ​ຄ້າ ​ແຕ່ບໍ່​ທັມ​ເພີ່​ມ​ເຕີມ​ໜ້າ​ທີ່​ສືບສວນ, ດຳ​ເນີນ​ຄະດີ ​ແລະ ສິດ​ບັບ​ໃໝ​ລົງ​ໂທດ​ການ​ບໍລິຫານ. ສະ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ຄະນະ​ຮຽບຮຽງ​ຕ້ອງ​ເພີ່ມ​ເຕີມ​ໜ້າ​ທີ່​ສືບສວນ, ດຳ​ເນີນ​ຄະດີ​ເຂົ້າ​​ໃນ​ບົດບາດ​ໜ້າ​ທີ່ຂອງ​ກົມ​ຕຳຫຼວດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ສໍ້​ໂກງ ​ໃສ່ກົດໝາຍ​ວ່າ​ດ້ວຍ​​ອົງການ​ສືບສວນຄະດີ​ອາຍາ ​ແລະ ປັບປຸງ​ໂດຍ​ໄວ.”

      ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 19/06, ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ລົງ​ມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າດ້ວຍ​ລັດຖະບານ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍອຳນາດ​ການ​ປົກຄອງ​ທ້​ອງຖິ່ນ.

ຂ່າວ/ບົດ​ອື່ນ