ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພິທັກຮັກສາ


ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພິທັກຮັກສາ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14

(vovworld)- ​ ​ຕອນ​ບ່າຍ​ວັນ​ທີ 21/11 ຢູ່ ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພິ​ທັກ​ຮັກ​ສາ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ຖື​ວ່າ: ເລື່ອງ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ພິ​ທັກ​ຮັກ​ສາ ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ກອບ​ກົດ​ໝາຍ​ຢ່າງ​ຄົບ​ຊຸດ, ເປັນ​ເອ​ກະ​ພາບ​ໃນ​ລະ​ບົບ​ກົດ​ໝາຍ ແລະ ຍົກ​ສູງ​ຄຸນ​ນ​ະ​ພາບ, ປະ​ສິດ​ທິ​ຜົນ​ໃນວຽກ​ງານ​ພິ​ທັກ​ຮັກ​ສາ, ກໍ່​ສ້າງ​ກຳ​ລັງ​ພິ​ທັກ​ຮັກ​ສາ​ປະ​ຕິ​ວັດ, ກຳ​ລັງ​ຫລວງຍອດ​ຢ້ຽມ, ທັນ​ສະ​ໄຫມ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຫນ້າ​ທີ່​ໃນ​ສະ​ພາບ​ການ​ໃຫ​ມ່. ເຖິງວ່າ ກົດ​ໝາຍ​ຄວນ​ກຳ​ນົດ​ກ່ຽວ​ກັບ​ບົດ​ບາດ​ທີ່​ຕັ້ງ, ພາ​ລະ​ຫນ້າ​ທີ່​ຂອງ​ກຳ​ລັງ​ພິ​ທັກ​ຮັກ​ສາຢ່າງ​ຈະ​ແຈ້ງກວ່າ. ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ ນະ​ໂຍ​ບາຍ​ສຳ​ລັບກຳ​ລັງ​ພິ​ທັກ​ຮັກ​ສາ, ຫນ້າ​ທີ່, ການ​ປະ​ສານ​ສົມ​ທົບ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ລະ​ຫວ່າງ​ພິ​ທັກ​ຮັກ​ສາ​ຂອງ​ກຳ​ລັງ​ຕຳ​ຫລວດ ແລະ ພິ​ທັກ​ຮັກ​ສາ​ຂອງ​ກຳ​ລັງ​ທະ​ຫານ.


ຕອບກັບ

ຂ່າວ/ບົດ​ອື່ນ